








ວັນທີ 15 ກັນຍາ 2026 ນິ້, ຄະນະສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ລົງຊຸກຍູ້ ແລະ ຕິດຕາມວຽກງານຮອບດ້ານ ຕິດພັນກັບການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຢູ່ທີ່ສະໂມສອນເມືອງປາກທາ ແຂວງບໍ່ແກ້ວ .ໂດຍການນຳພາຂອງ ທ່ານ ນາງ ຈັນປິງ ໂສລະທີ, ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳຂົງເຂດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານສະຫະພັນແມ່ຍິງຮາກຖານ ແລະ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຈາກບັນດາຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ທ່ານ ນາງ ສວຍ ພົງສະຫວັນ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງປາກທາ. ໄດ້ລາຍງານຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໂດຍຫຍໍ້ຕໍ່ກອງປະຊຸມວ່າ: ຕະຫຼອດໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ໄດ້ນໍາພາເຄື່ອນໄຫວວຽກງານ, ຕາມພາລະບົດບາດ, ໜ້າທີ່ຂອງສະຫະພັນແມ່ຍິງລາວ, ໄດ້ເອົາໃຈໃສ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ແຕ່ລະຂັ້ນ ລົງເຜີຍແຜ່ເຊື່ອມຊຶມໃຫ້ທ້ອງຖິ່ນລົງຮອດຮາກຖານ ຢ່າງມີຜົນສໍາເລັດ ແລະ ເປັນເຈົ້າການປະສານສົມທົບກັບອົງການຈັດຕັ້ງມະຫາຊົນ ຂະແໜງການທີ່ກ່ຽວຂ້ອງໃນການສຶກສາອົບຮົມ ການເມືອງ-ແນວຄິດ, ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ເອື້ອຍນ້ອງແມ່ຍິງ ເພື່ອປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ພ້ອມນີ້ຍັງໄດ້ລົງຊຸກຍູ້ ຕິດຕາມ ກວດກາວຽກງານຮອບດ້ານຂອງສະຫະພັນແມ່ຍິງຮາກຖານບ້ານຕິດພັນກັບການເຜີຍແຜ່ ຜົນສໍາເລັດ ກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ແລະ ຜົນສໍາເລັດກອງໃຫ່ຍຜູ້ແທນ ແມ່ຍິງແຂວງ ຄັ້ງທີ 8 ແລະ ລົງເຜີຍແຜ່ເຊື່ອມຊືມ ກົດໝາຍ, ຄໍາຂວັນ ແລະ ປະເມີນກວດກາຂໍ້ແຂ່ງຂັນ 3 ດີໃຫ້ສະມະຊິກແມ່ຍິງ ນອກຈາກນີ້ທ່ານຍັງໄດ້ຍົກໃຫ້ເຫັນ ດ້ານດີຜົນງານ, ດ້ານອອ່ນຂໍ້ຄົງຄ້າງ ໃນໄລຍະຜ່ານມາ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈາກນັ້ນ, ບັນດາແຕ່ລະຂະແໜງຂອງສະຫະພັນແມ່ຍິງແຂວງ ກໍ່ໄດ້ນໍາສະເໜີວຽກງານຮອບດ້ານ, ພາລະບົດບາດ ສິດ ແລະ ໜ້າທີ, ວຽກງານຈຸດສຸມຂອງແຕ່ລະຂະແໜງຂອງຕົນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ.
ຕອນທ້າຍພິທີ ທ່ານ ນາງ ຈັນປິງ ໂສລະທີ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ.ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ພ້ອມທັງໃຫ້ທິດຊີ້ນຳ ແລະ ເນັ້ນໜັກບາງວຽກງານສະເພາະໃຫ້ສະຫະພັນແມ່ຍິງເມືອງ ນຳໄປຈັດຕັ້ງປະຕິບັດ ໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ ແລະ ແມ່ຍິງບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ; ສຶບຕໍ່ປັບປຸງແບບແຜນການນຳພາຂອງບັນດາສະຫະພັນແມ່ຍິງແຕ່ລະຂັ້ນ ໂດຍການຍຶດໜັ້ນຫຼັກກການລວມສູນປະຕິປະໄຕຂອງພັກ, ນຳພາເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດຊອບພາຍໃນໝູ່ຄະນະໃຫ້ລະອຽດຈະແຈ້ງ, .ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ, ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍຢ່າງທົ່ວເຖິງ, ຊຸກຍູ້ເສີມຂະຫຍາຍບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິງກັນ ແລະ ກັນ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ກໍຄືຜົນສຳເລັດຂອງກອງປະຊຸມສະຫະພັນແມ່ຍິງແຂວງບໍ່ແກ້ວ ໃຫ້ປະກົດຜົນເປັນຮູບປະທຳ ແລະ ມີຜົນສຳເລັດເປັນກ້າວໆ.
ພາບ-ຂ່າວ: ວັນະເດດ