ເມືອງຜາອຸດົມປຸກລະດົມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງ.

ຕອນເຊົ້າຂອງວັນທີ 27 ສິງຫາ 2026 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວໄດ້ສໍາເລັດກອງປະຊຸມປຸກລະດົມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າສະມາຊິກສະພາປະຊາຊົນປະຈໍາເຂດເລືອກຕັ້ງເມືອງຜາອຸດົມ, ມີທ່ານ ນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍ່ແກ້ວ, ທ່ານ ນາງ ນົງລັກ ວິໄລສັກ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ ພ້ອມດ້ວຍບັນດານັກທຸລະກິດໜຸ່ມພາຍໃນເມືອງເຂົ້າຮ່ວມ.

ກອງປະຊຸມ ທ່ານ ນາງ ດວງຕາ ໄຊຍະຫົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ໄດ້ນໍາສະເໜີ ການປຸກລະດົມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນ ເມືອງຜາອຸດົມ ຈຸດປະສົງ ເພື່ອສ້າງເປັນການຈັດຕັ້ງທີ່ເປັນເສນາທິການໃຫ້ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ກໍ່ຄື ອົງຄະນະພັກເມືອງ ເພື່ອເຕົ້າໂຮມ ຄວາມສາມັກຄີ, ສຶກສາອົບຮົມ, ສ້າງ ແລະສົ່ງເສີມນັກທຸລະກິດໜຸ່ມຢູ່ພາຍໃນເມືອງ ໃຫ້ມີຄວາມເຂັ້ມແຂງເຕົ້າໂຮມເອົາບັນດາຜູ້ປະກອບການໜຸ່ມທົ່ວເມືອງ ມາເຂົ້າເປັນການຈັດຕັ້ງໜຶ່ງ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ຊຸກຍູ້-ສົ່ງເສີມ ຜູ້ປະກອບການທຸກສາຂາອາຊີບໃຫ້ມີຄວາມເຂັ້ມແຂງ, ສ້າງຊາວໜຸ່ມ ກາຍເປັນຜູ້ປະກອບການໃໝ່, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງສະມາຊິກນັກທຸລະກິດໜຸ່ມ ໂດຍການສ້າງວຽກເຮັດງານທໍາໃຫ້ ປະຊາຊົນ ບັນດາເຜົ່າ ແລະສົ່ງເສີມຜູ້ປະກອບການໜຸ່ມ ພ້ອມກັນພັດທະນາໃຫ້ມີຄວາມກ້າວໜ້າ ສາມາດຮ່ວມມື ແລະແຂ່ງຂັນກັບພາກພື້ນ ແລະສາກົນ ສົ່ງເສີມຊາວໜຸ່ມ, ໄວໜຸ່ມທຸກຊົນຊາດ, ຊົນເຜົ່າໃຫ້ກາຍເປັນຜູ້ປະກອບການ, ເປັນນັກທຸລະກິດທີ່ ມີຄວາມຮູ້ ຄວາມສາມາດ ແລະຄຸນສົມບັດສິນທຳປະຕິວັດ ກາຍເປັນນັກຮົບເສດຖະກິດຂອງພັກ ທັ້ງນີ້ ກໍ່ເພື່ອສ້າງເວທີໃຫ້ບັນດານັກທຸລະກິດ ຢູ່ທົ່ວແຂວງບໍ່ແກ້ວ ໄດ້ມີໂອກາດຖອດ-ຖອນບົດຮຽນ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນ, ຍາມມີວິກິດ ພ້ອມກັນຮັບມືກັບສະພາບການ ຍາມມີໂອກາດ ພ້ອມກັນຍາດແຍ່ງ, ພ້ອມກັນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ຈາກນັ້ນຄະນະຮັບຜິດຊອບຂັ້ນແຂວງ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະໝັກເປັນ ປະທານ-ຄະນະປະທານ ແລະຄະນະກໍາມະການຂອງສະມາຄົມນັກທຸລະກິດໜຸ່ມເມືອງ ໂດຍອີງໃສ່ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດ, ສຸຂະພາບ ແລະມະນຸດສໍາພັນ, ໂຄງປະກອບດ້ານທຸລະກິດ ແລະຜົນງານດ້ານສັງຄົມ ພ້ອມທັງຍາຍບັດທາບທາມເອົາເປົ້າໝາຍທີ່ຈະມາເປັນປະທານ-ຮອງປະທານ ແລະຄະນະກໍາມະການຂອງສະມາຄົມນັກທຸລະກິດໜຸ່ມເມືອງ ສ່ວນຜົນຂອງການຄັດເລືອກຄະນະຮັບຜິດຊອບຈະແຈ້ງໃຫ້ຮັບຊາບຕາມທີ່ຫຼັງ.

ໂອກາດນີ້, ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຫຼາຍດ້ານໃຫ້ແກ່ບັນດານັກທຸລະກິດໜຸ່ມຕ້ອງໄດ້ຮັບຮູ້ ແລະເຂົ້າໃຈກ່ຽວກັບການປຸກລະດົມສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງຜາອຸດົມໃນຄັ້ງນີ້ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະຈໍາເປັນ ເນື່ອງຈາກ ວ່າ ບັນດາສະຫາຍລ້ວນແລ້ວແຕ່ເປັນຜູ້ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ເພາະສະນັ້ນ ຕ້ອງມີການຈັດຕັ້ງທີ່ເຂັ້ມແຂງ, ຕ້ອງປັບປຸງກົງຈັກການຈັດຕັ້ງຕາມ ແນວທາງຂອງພັກ, ປັບປຸງບຸກຄະລາກອນນັບທັງແບບແຜນການເຄື່ອນໄຫວວຽກງານ, ກິດຈະການຕ່າງໆ, ປະຕິບັດກິດຈະກຳທີ່ຫຼາກຫຼາຍຕາມບົດບາດ, ຕາມຄວາມອາດສາມາດຂອງບັນດາສະຫາຍ, ມີການປະສານງານ, ມີການພົວພັນແລກປ່ຽນກັບນັກທຸລະກິດແຕ່ລະຂັ້ນ, ວາງແຜນການພັດທະນາທຸລະກິດ, ພັດທະນາເມືອງເຊິ່ງການພັດທະນາເສດທະກິດແມ່ນ ເປັນບູລິມະສິດ ແລະຄວາມຮັບຜິດຊອບຂອງບັນດາສະຫາຍຕໍ່ຄະນະພັກແຕ່ລະຂັ້ນ ແລະທົ່ວສັງຄົມ ພາຍໃນເມືອງ ຜາອຸດົມ ແລະທ່ານໄດ້ເນັ້ນໜັກໃຫ້ຫ້ອງການຄະນະບໍລິຫານງານຊາວໜຸ່ມເມືອງ, ຫ້ອງການທີ່ກ່ຽວຂ້ອງຂອງ ເມືອງສືບຕໍ່ເປັນເຈົ້າການໃນການປຸກລະດົມຂົນຂວາຍ, ອໍານວຍຄວາມ ສະດວກ, ສ້າງທຸກເງື່ອນໄຂໃນການສ້າງຕັ້ງສະມາຄົມນັກທຸລະກິດຂອງເມືອງ ຜາອຸດົມ ໃຫ້ສໍາເລັດ ກາຍເປັນການຈັດຕັ້ງໜຶ່ງທີ່ເຕີບໃຫຍ່ເຂັ້ມແຂງ, ເປັນກະບອກສຽງໜຶ່ງທີ່ສໍາຄັນ ແລະ ນໍາພາເສດ ຖະກິດຂອງເມືອງ ຜາອຸດົມ ດີຂຶ້ນເປັນກ້າວໆ.

ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa