















ສະຫະພັນນັກຮົບເກົ່າແຂວງບໍ່ແກ້ວ ເຊິ່ງໄດ້ຮັບ ການຊີ້ນໍາຂອງຄະນະນໍາສູນກາງສະຫະພັນນັກຮົບເກົ່າລາວ ແລະ ຄະນະປະຈໍາພັກແຂວງ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງສະຫະພັນນັກຮົບເກົ່າລາວ. ໂດຍຕິດພັນກັບການຈັດຕັ້ງປະຕິບັດ 6 ແຜນງານ 22 ໂຄງການຂອງແຂວງ (ທີ່ຫັນມາຈາກ 5 ແຜນງານ 26 ໂຄງການຂອງສູນກາງ) ເຂົ້າໃນວຽກງານຕົວຈິງ ຈົນຍາດໄດ້ຜົນງານພົ້ນເດັ່ນໃນຫຼາຍດ້ານ.
ຜົນງານ ແລະ ດ້ານດີທີ່ພົ້ນເດັ່ນດ້ານ: ວຽກງານການເມືອງ-ແນວຄິດ: ໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ,ລັດຖະກອນ ແລະ ສະມາຊິກນັກຮົບເກົ່າຢ່າງສອດຄ່ອງ.ພ້ອມທັງຊຸກຍູ້ຂໍ້ແຂ່ງຂັນ “6 ຮັກສາ” ຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ, ວຽກງານ 3 ສ້າງ ແລະ 2 ວາລະແຫ່ງຊາດ. ຜ່ານມາໄດ້ປະກາດຮັບຮອງໜ່ວຍສະຫະພັນນັກຮົບເກົ່າຕົວແບບ 6 ຮັກສາ ໄດ້ 65 ໜ່ວຍ (ສະເພາະປີ 2026 ຮັບຮອງໄດ້ 25 ໜ່ວຍ), ໄດ້ຮັບໃບຢັ້ງຢືນ 3 ດີ 6 ຮັກສາ ປະເພດ 1 ຈໍານວນ 1,148 ສະຫາຍ (ຍິງ 37 ສະຫາຍ) ແລະ ປະເພດ 2 ຈໍານວນ 469 ສະຫາຍ (ຍິງ 18 ສະຫາຍ). ພ້ອມນີ້, ໄດ້ກໍານົດຂໍ້ແຂ່ງຂັນ “3 ເຄົາລົບ 3 ເສີມສ້າງ” ເພື່ອເພີ່ມຄວາມເຂັ້ມແຂງໃຫ້ການຈັດຕັ້ງ. ວຽກງານຈັດຕັ້ງ, ພັກ-ພະນັກງານ ແລະ ກວດກາ: ໄດ້ປະສານສົມທົບກັບກອງບັນຊາການທະຫານແຂວງ ໃນການປັບປຸງກົງຈັກຊ່ວຍເຫຼືອ. ມີນາຍ ແລະ ພົນທະຫານ-ຕຳຫຼວດ ໄດ້ຮັບການເລື່ອນຊັ້ນ 17 ສະຫາຍ, ເລື່ອນຊັ້ນ-ຂັ້ນເງິນເດືອນ 3 ສະຫາຍ, ສົ່ງໄປບໍາລຸງທິດສະດີ 2 ສະຫາຍ. ດ້ານການຍ້ອງຍໍ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III ຈໍານວນ 2 ສະຫາຍ, ຫຼຽນກາແຮງງານ 3 ສະຫາຍ, ໃບຍ້ອງຍໍລັດຖະບານ 2 ສະຫາຍ, ໃບຍ້ອງຍໍປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ 237 ໃບ, ໃບຍ້ອງຍໍເຈົ້າແຂວງ 20 ໃບ, ຫຼຽນກາລະນຶກ 70 ປີກອງທັບ 57 ໜ່ວຍ ແລະ ຍ້ອງຍໍສະຫະພັນນັກຮົບເກົ່າແຂວງ 42 ໃບ.
ໜ່ວຍພັກສະຫະພັນນັກຮົບເກົ່າແຂວງ ໄດ້ຮັບການຮອງຮັບເປັນ “ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ” ຕິດຕໍ່ກັນ 5 ປີຊ້ອນ (2021–2025). ປະຈຸບັນ, ທົ່ວແຂວງມີສະມາຊິກສະຫະພັນນັກຮົບເກົ່າທັງໝົດ 1,555 ສະຫາຍ (ຍິງ 55 ສະຫາຍ). ໃນນີ້, ສະມາຊິກຫຼາຍສະຫາຍໄດ້ເຂົ້າຮ່ວມໃນ ການຈັດຕັ້ງບ້ານ ເປັນຕົ້ນແມ່ນ ເລຂາໜ່ວຍພັກບ້ານ 10 ສະຫາຍ, ນາຍບ້ານ 8 ສະຫາຍ, ຮອງນາຍບ້ານ 10 ສະຫາຍ, ແນວໂຮມ 184 ສະຫາຍ, ຄະນະໄກ່ເກ່ຍ 89 ສະຫາຍ ແລະ ກອງຫຼອນ-ປກສ ບ້ານ 176 ສະຫາຍ.ນອກຈາກນິ້.ຍັງໄດ້ຊຸກຍູ້ຄອບຄົວສະມາຊິກສ້າງເສດຖະກິດຄອບຄົວ ຈົນມີຄອບຄົວຕົວແບບດ້ານການປູກຝັງ-ລ້ຽງສັດ 3 ຄອບຄົວ. ມີກອງທຶນໝູນວຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ສ້າງຕັ້ງປີ 2013, ປັບປຸງກົດລະບຽບໃໝ່ປີ 2025) ມີສະມາຊິກ 1,443 ສະຫາຍ, ມີເງິນກອງທຶນໝູນວຽນ 168,320,127 ກີບ, ໄດ້ປະຕິບັດນະໂຍບາຍຊ່ວຍເຫຼືອສະມາຊິກເຈັບເປັນ ແລະ ເສຍຊີວິດ 89,400,000 ກີບ, ຍັງມີເງິນກອງທຶນຍັງເຫຼືອ 78,920,127 ກີບ. ພ້ອມດຽວກັນ, ໄດ້ລະດົມທຶນຊ່ວຍເຫຼືອສະມາຊິກຜູ້ທຸກຍາກຢູ່ເມືອງປາກທາ ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໂດຍໄດ້ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ 2 ຄະນະ (48 ສະຫາຍ). ໃນທ້າຍປີ 2025 ໄດ້ສົ່ງຄະນະຜູ້ແທນ 7 ທ່ານ ເດີນທາງໄປແລກປ່ຽນບົດຮຽນຢູ່ ສະມາຄົມນັກຮົບເກົ່າແຂວງເຊີນລາ ສສ ຫວຽດນາມ ຢ່າງປະສົບຜົນສໍາເລັດ.
ພ້ອມທັງຜ່່ານທິດທາງແຜນການ ໃນຕໍ່ໜ້າຈະເອົາໃຈໃສ່ ສືບຕໍ່ຫັນລົງຮາກຖານການເມືອງ, ສຶກສາອົບຮົມແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ກາຍເປັນຜູ້ສືບສານພາລະກິດປະຕິວັດ.ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “6 ຮັກສາ” ແລະ “3 ເຄົາລົບ 3 ເສີມສ້າງ”; ສູ້ຊົນປະກາດຮັບຮອງໜ່ວຍ 6 ຮັກສາ ຢູ່ເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄດ້ 100%; ປະກາດຮັບຮອງເມືອງຕົ້ນເຜິ້ງ ເປັນເມືອງນັກຮົບເກົ່າ 6 ຮັກສາ ໃນທ້າຍປີ 2026 ແລະ ກະກຽມປະກາດອີກ 4 ເມືອງ ໃນປີ 2027.ຕິດຕາມ, ກວດກາການຈັດຕັ້ງເຄື່ອນໄຫວປະຕິບັດແນວທາງ, ກົດໝາຍ ແລະ ການຄຸ້ມຄອງງົບປະມານລັດ.ໂດຍສົມທົບກັບສູນກາງ ປະຕິບັດໂຄງການຕອບບຸນແທນຄຸນ ໂດຍສ້າງເຮືອນໃຫ້ສະມາຊິກຜູ້ທຸກຍາກ 1 ຫຼັງ.
ປຸກລະດົມພະນັກງານ-ນັກຮົບທີ່ອອກອຸດໜູນ ແລະ ບໍານານ ເຂົ້າເປັນສະມາຊິກນັກຮົບເກົ່າເພີ່ມຂຶ້ນ.ສືບຕໍ່ກໍ່ສ້າງຫ້ອງການເຮັດວຽກຂອງສະຫະພັນນັກຮົບເກົ່າເມືອງຕົ້ນເຜິ້ງ ໃຫ້ສໍາເລັດໃນທ້າຍປີ 2026.ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ແລະ ການບໍລິການ ເພື່ອແກ້ໄຂຄວາມທຸກຍາກ.ຜັນຂະຫຍາຍ 5 ແຜນງານ 26 ໂຄງການ ຂອງສູນກາງ ແລະ 6 ແຜນງານ 22 ໂຄງການ ຂອງແຂວງ ໃຫ້ປະກົດຜົນເປັນຈິງ. ໜ້ນສາຍພົວພັນມິດຕະພາບກັບ ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະ ແຂວງຖາຍບິ່ງ ສສ ຫວຽດນາມ.
ຕາມຄໍາຂວັນ ຊົມເຊີຍວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ຢ່າງສຸດໃຈ!
ນ້ຳໃຈວັນທີ 9 ກັນຍາ ໝັ້ນຍືນ!
ສັງລວມບົດໂດຍ: ເງິນຫຼົງ ຈິດພູວົງ.