ພໍ່ອອກ-ແມ່ອອກຜູ້ມີຈິດສັດທາ ຮ່ວມບໍລິຈາກອຸປະກອນການຮຽນ ໃຫ້ແກ່ນັກຮຽນສາມະເນນ ບັນດາຫົວັດທົ່ວແຂວງບໍ່ແກ້ວ ໃນສົກຮຽນ 2026-2027.

 

 

ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນການຮຽນ-ການສອນຂອງພຣະສົງ-ສາມະເນນ ໃຫ້ມີອຸປະກອນຮັບໃຊ້ເຂົ້າໃນການຮຽນຢ່າງພຽງພໍ, ບັນດາພໍ່ອອກ, ແມ່ອອກ ແລະ ພຸດທະສາສະນິກະຊົນຜູ້ມີຈິດສັດທາ ເມືອງຕ່າງໆ ໃນ 5 ເມືອງ ທົ່ວແຂວງບໍ່ແກ້ວ ໄດ້ພ້ອມກັນນໍາເອົາອຸປະກອນການຮຽນຫຼາຍປະເພດ ມາຖວາຍໃຫ້ແກ່ເຈົ້າອະທິການວັດຢູ່ບັນດາຫົວວັດຕ່າງໆ ເພື່ອນໍາໄປແຈກຢາຍຕໍ່ໃຫ້ແກ່ນັກຮຽນສາມະເນນ ໃຊ້ເຂົ້າໃນການສຶກສາຮ່ຳຮຽນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027.

ໂດຍສະເພາະຢູ່ທີ່ ວັດຈອມເຂົາມະນີຣັຕນ໌ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີພໍ່ອອກ ອານິສັກ (ພໍ່ອອກຊາຍ) ແລະ ແມ່ອອກ ຫັດສະພອນ (ແມ່ອອກຕິ້ງ) ອາລີມິດ ພ້ອມດ້ວຍຄອບຄົວ, ລູກຫຼານ ໄດ້ມີຈິດສັດທາອັນແຮງກ້າ ຮັບເປັນເຈົ້າພາບນໍາເອົາເຄື່ອງອຸປະກອນການຮຽນ ເປັນຕົ້ນແມ່ນ: ປື້ມຂຽນ, ບິກ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ ມາຖວາຍໂດຍກົງໃຫ້ແກ່ ພຣະອາຈາຣຍ໌ ປອ ໄຊຍະພອນ ສີປັນຍາ (ເຈົ້າອະທິການອະທິການວັດ) ແລະ ວັດ) ຜູ້ອຳນວຍການໂຮງຮຽນ ມສ ສົງ ແຂວງ,ມີພຣະສົງ-ສາມະເນນ (ນັກຮຽນສົງ) ພາຍໃນວັດຈອມເຂົາມະນີຣັຕນ໌ເຂົ້້າຮ່ວມ.

ການຮ່ວມທໍາບຸນຖວາຍທານໃນຄັ້ງນິ້. ຖືເປັນການສ້າງບຸນບາລະມີ, ສົ່ງເສີມການສຶກສາພຣະພຸດທະສາສະໜາ ແລະ ຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງສາມະເນນໃນການຈັດຊື້ອຸປະກອນການຮຽນ. ດ້ວຍອານິສົງຜົນບຸນອັນບໍລິສຸດນີ້, ຂໍອວຍພອນໃຫ້ ພໍ່ອອກ, ແມ່ອອກ ພ້ອມດ້ວຍຄອບຄົວ ລູກຫຼານ  ຈົ່ງອຸດົມສົມບູນດ້ວຍ ໂພຄະຊັບສົມບັດ, ຈະເລີນກ້າວໜ້າໃນໜ້າທີ່ວຽກງານ ແລະ ພ້ອມດວຍພອນ 4 ປະການ ຄື: ອາຍຸ, ວັນນະ, ສຸຂະ, ພະລະ ທຸກປະການເທີ້ນ.

ຂ່າວໂດຍ: ເງິນຫຼົງ ຈິດພູວົງ.

ຂໍ້ມູນ-ພາບ: ພາກສ່ວນກ່ຽວຂ້ອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa