









ໃນວັນທີ 27 ສິງຫາ 2026 ຫ້ອງການສາທາລະນະສຸກເມືອງຫ້ວຍຊາຍໄດ້ຈັດກອງປະຊຸມວຽກງານໂພຊະນາການ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6ເດືອນທ້າຍປີ 2026 ໂດຍການເປັນປະທານຂອງ ທ່ານ ອຸ່ນຫຼ້າ ໝື່ນພົນ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ໃຫ້ກຽດເຂົ້າຮ່ວມ ທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການໂພຊະນາການຂັ້ນເມືອງ, ມີບັນດາທ່ານຄະນະຮັບຜິດຊອບຈາກພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ຄະນະກຳມະການໂພຊະນາການຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງໝໍເມືອງ ແລະ ພະນັກງານແພດໝໍເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບວຽກງານໂພຊະນາການຫ້ອງການສາທາລະນະສຸກເມືອງ, ໄດ້ຜ່ານບົດສະຫຼຸບລາຍງານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2026 ໄລຍະຜ່ານມາ, ທວນຄືນຄາດໝາຍສູ້ຊົນ ( 14 ຕົວຊີ້ບອກ ) ແລະ ການຈັດຕັ້ງປະຕິບັດ 14 ຕົວຊີ້ບອກ ໃນຜ່ານມາ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງ ແຕ່ລະຂະແໜງການ ຂະແໜງສາທາລະນະສຸກໃນ 7 ກຸ່ມກິດຈະກໍາ ກຸ່ມກິດຈະກຳ ສົ່ງເສີມໂພຊະນາການໃນແມ່ຍິງ, ແມ່, ເດັກອ່ອນ ແລະ ເດັກນ້ອຍ, ສະໜອງຈຸລະສານອາຫານ ໃຫ້ແກ່ ແມ່ຍິງ ແລະ ເດັກນ້ອຍ, ສັກຢາກັນພະຍາດເດັກນ້ອຍຂອງເມືອງ, ສັກຢາກັນພະຍາດເດັກນ້ອຍແຕ່ລະສະຖານທີ່ບໍລິການ BCG ສັກຢາກັນພະຍາດເດັກນ້ອຍແຕ່ລະສະຖານທີ່ບໍລິການ HBO, ສັກຢາກັນພະຍາດເດັກນ້ອຍແຕ່ລະສະຖານທີ່ບໍລິການ Penta3, ສັກຢາກັນພະຍາດເດັກນ້ອຍແຕ່ລະສະຖານທີ່ບໍລິການ MR, ການບໍລິການລູກຫ່າງ, ບໍລິການສຸຂະພາບແມ່ ແລະ ເດັກ, ວຽກທີ່ໄດ້ລົງປະຕິບັດ ໄດ້ລົງຕິດຕາມແມ່ມານກອ່ນ ແລະ ແມ່ຫຼັງເກີດ ແລະ ເດັກເກີດໄໝ່ຂອງເມືອງ ກໍຄື: ບ້ານ ດອນໃຈ, ບ້ານ ຈອມຈຸກ, ບ້ານ ປາງພູລືບ, ບ້ານ ນໍ້າແຊວ, ລົງໃຫ້ຄວາມຮູ້ກ່ຽວກັບວຽກ 1000 ວັນໃຫ້ບ້ານ ຊອດ ແລະ ບ້ານ ດອນໃຈ, ໄດ້ລົງປະເມີນໂພຊະນາການ ແລະ ລົງຢອດຢາໂປລິໂອ 2 ຮອບທົ່ວເມືອງແຕ່ລະ ໂຮງຮຽນທັງພັກລັດ ແລະ ເອກກະຊົນຂອງແຕ່ລະໂຮງຮຽນ, ໄດ້ຮວ່ມກິດຈະກໍາວັນທີ 1 ເດືອນ 6 ປີ 2026 ແລະ ໄດ້ປະເມີນເດັກນ້ອຍລຸ່ມ 5 ປີ, ແຈກຢາຍຢາ ວິຕາມິນເອ ແລະ ຢາຂ້າແມ່ທ້ອງ, ສໍາເລັດການລົງກວດກາຮ້ານຂາຍເຄື່ອງຍອ່ຍ ແລະຕະຫຼາດເທດສະບານເມືອງຫ້ວຍຊາຍ 1 ຄັ້ງໄດ້ຈໍານວນ 20 ຮ້ານການນໍາເຂົ້າ ແລະກວດການໝົດອາຍຸຂອງນົມຜົງທີ່ນໍາເຂົ້າຈາກຕ່າງປະເທດໄດ້ປະຕິບັດວຽກເຊືອມສານທັງໝົດ 82 ບ້ານປີ 2026 ໄດ້ລົງປະເມີນໂພຊະນາການ 82 ບ້ານ ໄດ້ແຈກຢາຍສານອາຫານໃນແລະ ນອກສະຖານທີ່, ປັບປຸງ ແລະ ເຊື່ອມສານ ລະບົບການອະນາໄມ, ນໍ້າສະອາດ ແລະ ສຸຂາພິບານ, ຊົມໃຊ້ນໍ້າສະອາດ ເມືອງຫ້ວຍຊາຍ ຄາດໝາຍ 100% ປະຕິບັດໄດ້ 95,26% ວິດຖ່າຍ ຄາດໝາຍ 100% ປະຕິບັດໄດ້ 98,93% ພ້ອມດຽວກັນນີ້, ຜູ້ເຂົາຮ່ວມໄດ້ປະກອບຄໍາຄິດຄໍາເຫັນຕໍ່ໃນບົດສະຫຼຸບ ແລະ ແຜນການວຽກງານໂພສະນາການຂອງເມືອງໃນຕໍ່ໜ້າອີກດ້ວຍ, ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງທ່ານປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການໂພຊະນາການຂັ້ນເມືອງ.
ໂອກາດນີ້, ທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ໄດ້ມີຄໍາເຫັນໂອ້ລົມໂດຍທ່ານຍ ໄດ້ຍ້ອງຍໍຊົມເຊີຍ ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ພະນັກງານວິຊາການ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ສຶບຕໍ່ຕິດຕາມພະຍາດຕາມລະດູການທີ່ອາດຈະເກີດຂຶ້ນເປັນຕົ້ນແມ່ນ: ພະຍາfໄຂ້ເລືອດອອກ, ພະຍາດໝາກແດງ, ພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດອື່ນໆໃນຊ່ວງລະດູຝົນນີ້ ແລະ ສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ວາງອອກໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ບຸນຈັນ ບຸນປັນຍາ
ພາບ: ພາກສ່ວນທີ່ກ່ຍວຂ້ອງ