






ຕາມການລາຍງານຂອງຄະນະກຳມະການປົກຄອງຕາແສງຫາດສະໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ25-27 ສິງຫານີ້, ຄະນະກໍາມະການປົກຄອງ ຕາແສງຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ນຳພາພໍ່ແມ່ປະຊາຊົນ, ຄູ-ອາຈານ, ອົງການຈັດຕັ້ງບ້ານ 4 ບ້ານຄື: ບ້ານຫ້ວຍແສດ,ຫ້ວຍສາກເທິງ, ຫາດດອນແກ້ວ ແລະ ຫາດສະ ສ້າງຂະບວນການອອກແຮງງານລວມ, ສຳລັບການສ້າງຂະບວນການອອກແຮງງານໃນຄັ້ງນີ້ ແມ່ນໄດ້ຂຸດຮ່ອງລະບາຍນໍ້າ, ຂຸດດິນຖົມບວກຂຸມ ເສັ້ນທາງພາຍໃນບ້ານ, ນອກຈາກນັ້ນຍັງໄດ້ຕັດຫຍ້າ ຖ່າງຫຍ້າເດີນໂຮງຮຽນ, ລ້ອມຮົ້ວ, ສ້ອມແປງໂຕະ, ຕັງທີ່ມັນເປໃຫ້ກັບມາໃຊ້ໄດ້ປົກກະຕິ, ເກັບຂີ້ເຫຍື້ອ, ປັດກວາດ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວມີຄວາມສະອາດງາມຕາ, ເສັ້ນທາງ ມີຄວາມສະດວກໃນການສັນຈອນໄປ-ມາ ແລະ ທັງເປັນການສ້າງຂະບວນການຜົນງານຂໍ່ານັບຮັບຕ້ອນ ວັນສໍາຄັນຂອງຊາດ- ຂອງພັກ ເວົ້າລວມ-ເວົ້າສະເພາະ ໃຫ້ມີຄວາມພ້ອມ ສຳລັບການເປີດສົກຮຽນໃໝ່ໃຫ້ທວງທັນກັບແຜນການຂອງຫ້ອງການສືກສາວາງໄວ້ໄດ້ຕາມຄາດໝາຍ ລວມທັງການພັດທະນາໂຮງຮຽນສີຂຽວ ຕິດພັນກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອດຶງດູດຈິດໃຈນ້ອງນັກຮຽນ.
ຂໍ້ມູນພາບ: ຄປຕ.ຫສ
ຂ່າວ: ວັນະເດດ ຄອມ