


ວັນທີ 27 ສິງຫາ 2026ນີ້ ພະນັກງານສະມາຊິກພັກ-ລັດຖະກອນ ບັນດາຫ້ອງວ່າການ, ສານປະຊາຊົນເຂດ2, ຫ້ອງການເຕັກໂນໂລຊີ ແລະ ການສືກສານ ເມືອງຜາອຸດົມ ພ້ອມໃຈກັນນໍາພາພໍ່ແມ່ປະຊາຊົນ ຊາວບ້ານຜາອຸດົມ ສ້າງຂະບວນການອອກແຮງອະນາໄມລວມຢູ່ຕາມຂອບເຂດຄວາມຮັບຜິດຊອບຂອງບ້ານ, ໃຫ້ມີຄວາມສະອາດຈົບງາມ ເພື່ອຂໍ່ານັບຮັບຕ້ອນວັນວັນສຳຄັນຂອງຊາດ ໃຫ້ເປັນຂະບວນການຝົດຟື້ນ ແລະ ກວ້າງຂວາງ. ການອອກແຮງງານໃນເທື່ອນີ້ ແມ່ນໄດ້ອະນາໄມຖາງຕັດຫຍ້າ, ເກັບມ້ຽນຂີ້ເຫຍື້ອ, ຂຸດດິນ-ຖົມດິນ ໃນຂອບເຂດຄວາມຮັບຜິດຊອບຂອງການມອບໝາຍໃຫ້, ເຮັດໃຫ້ມີຄວາມສະອາດ, ປອດແປນ ແລະ ງາມຕາ. ການອອກແຮງງານ ກໍ່ແມ່ນໜຶ່ງໃນກິດຈະກຳປະຈຳວັນ, ດັ່ງນັ້ນການອອກແຮງງານແມ່ນມີຫຼາຍຮູບແບບໂດຍສະເພາະແມ່ນ, ການອອກແຮງງານດ້ວຍມັນສະໝອງ-ສະຕິປັນຍາ ຫຼື ການອອກແຮງງານດ້ວຍເຫື່ອແຮງ ຖືໄດ້ວ່າ: ການອອກແຮງງານແມ່ນມີຄຸນປະໂຫຍດຫຼາຍ ທັງເຮັດໃຫ້ມີສຸຂະພາບແຂງແຮງອີກດ້ວຍ.
ການສ້າງຂະບວນການອອກແຮງງານອະນາໄມລວມນີ້ ແມ່ນເຮັດໃຫ້ຂອບເຂດດັ່ງກ່າວ ມີຄວາມສະອາດຈົບງາມ, ເປັນບ່ອນສະດຸດຕາຂອງແຂກຄົນໄປມາ, ທັງເປັນການສ້າງຄວາມສາມັກຄີພາຍໃນກໍ່ຄືພະນັກງານຕໍ່ພະນັກງານດ້ວຍກັນ ແລະພໍ່ແມ່ປະຊາຊົນໃຫ້ແໜ້ນແຟ້ນຫຼາຍຂື້ນກວ່າເກົ່າ ທັງເປັນການຂໍ່ານັບຮັບຕ້ອນວັນວັນສຳຄັນຂອງຊາດກໍ່ຄື 6 ວັນສຳຄັນຂອງຊາດເປັນຕົ້ນ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນຍຶດອໍານາດ ຄົບຮອບ 81 ປີ ແລະ ຄົບຮອບ 51 ປີ, ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ, ວັນສ້າງຕັ້ງ ສານປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 44 ປີ ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 59 ປີ.
ຂ່າວ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.