








ໃນທ້າຍອາທິດຜ່ານມານີ້, ໜ່ວຍພັກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຢູ່ຫໍປະຊຸມຂອງຫ້ອງການດັ່ງກ່າວ ໂດຍການເປັນປະທານ ຂອງສະຫາຍ ກອງໄຫວ ປັນຍາສອນ ເລຂາໜ່ວຍພັກຫ້ອງການອຸດສາຫະກໍາ ແລະ ການຄ້າ ເປັນກຽດເຂົ້າຮ່ວມມີສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ທ່ານ ນາງ ປີ່ນຄໍາ ມະນີຈັນ ຮອງຫົວໜ້າຄະນະຈັດຕັ້ງພັກ-ພະນັກງານເມືອງຫ້ວຍຊາຍ, ມີບັນດາຄະນະທີມງານປັບປຸງການຈັດຕັ້ງພັກຂັ້ນເມືອງ, ແຂກຖຶກເຊີນ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ຈັນດາວອນ ສຸກສົມຫວັງ ໄດ້ຜ່ານບົດລາຍງານການເມືອງ ການຊີ້ນຳໆພາຈັດຕັ້ງປະຕິບັດຂອງໜ່ວຍພັກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ຜ່ານຮ່າງບົດສໍາຫຼວດການຊີ້ນໍາໆພາຂອງຄະນະໜ່ວຍພັກ ໄລຍະຜ່ານມາ ແລະ ທິດທາງລວມ, ຄາດໝາຍສູ້ຊົນຕໍ່ໜ້າ ຜ່ານມາຄະນະໜ່ວຍພັກ ໄດ້ນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງ, ລະບຽບຂອງພັກ, ກົດໝາຍຂອງລັດຫັນມາເປັນແຜນວຽກພ້ອມທັງຈັດຕັ້ງຜັນຂະຫຍາຍ ແລະ ນໍາພາຈັດຕັ້ງປະຕິບັດ ຍາມໃດກໍ່ຖືເອົາການສຶກສາອົບ ຮົມເຊື່ອມຊືມໃຫ້ສະມາຊິກພັກໃຫ້ເຂົ້າໃຈຈະແຈ້ງຕໍ່ອຸດົມການຂອງພັກ, ຍືດໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີທັດສະນະຫຼັກໝັ້ນ, ຊື່ສັດບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ວຽກງານ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ, ມີຄວາມສາມັກຄີ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ຖືເອົາບັ້ນດຳເນີນຊີວິດປະຈຳເດືອນ ເປັນການສະຫຼຸບຖອດຖອນບົດຮຽນ, ສຳຫຼວດ, ກວດກາ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມເອກະພາບສູງ ເຮັດໃຫ້ສະມາຊິກພັກມີຫຼັກໝັ້ນທາງການເມືອງໜັກແໜ້ນ, ຈຳແນກໄດ້ເຖິງມິດ ຫຼື ສັດຕູຢ່າງຈະແຈ້ງ ພ້ອມທັງ ເສຍເງິນສະຕິຢ່າງຕໍ່ເນື່ອງ ໄປຄຽງຄູ່ ການປັບປຸງກໍ່ສ້າງພັກ ຕານ 5 ຫຼັກການ ແລະ 3 ທິດນໍາຂອງພັກ ສາມາດຮັກສານາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດ ໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ, ຜ່ານການປ່ອນບັດຕົວຈິງສາມາດເລືອກເອົາສະຫາຍ ກອງໄຫວ ປັນຍາສອນ ເປັນເລຂາໜ່ວຍພັກ, ສະຫາຍ ຈັນດາວອນ ສຸກສົມຫວັງ ເປັນຮອງເລຂາ ແລະ ສະຫາຍ ພອນໄຊ ພອນສາລີ ເປັນກຳມະການໜ່ວຍພັກ ພ້ອມທັງ ແຕ່ງຕັ້ງປະທານ-ຮອງປະທານກວດກາໜ່ວຍພັກຈຳນວນ 2 ສະຫາຍ. ຈາກນັ້ນໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ພັດສະລີ ວົງສະຫວັນ ຮອງຫົວໜ້າໜ່ວຍງານອຸດສາຫະກໍາ -ຫັດຖະກໍາ ຂຶ້ນເປັນຫົວໜ້າໜ່ວຍງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ.
ໂອກາດນີ້, ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນການຊີ້ ນຳໆພາຂອງໜ່ວຍພັັກ, ເນັ້ນໜັກຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຊີ້ນຳໆພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນ, ວິທີການນຳພາຂອງພັກ-ລັດໃຫ້ເຂັ້ມແຂງເປັນສຳຄັນ ຕິດພັນວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ເດັ່ດດ່ຽວປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງໃຫ້ໝົດໄປ, ຍົກສູງຄວາມຮັບຜິດຊອບດ້ານໜ້າທີ່ການເມືອງ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນເຜົ່າ, ກຳນົດແນວທາງການຊີ້ນຳໆພາ ກໍ່ສ້າງພັກ-ຂະຫຍາຍສະມາຊິກພັກ ໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນ ຕາມທິດນຳຂອງພັກ, ຊຸກຍູ້ການຜະລິດໃຫ້ເປັນສິນຄ້າ, ຕັ້ງໜ້າກໍ່ສ້າງໜ່ວຍພັກ, ສະມາຊິກພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມກັນ ນຳເອົາບັນດາເນື້ອໃນຈິດໃຈກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເລື້ອຍໆ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ