ເມືອງເມິງ ສ້າງຂະບວນການອອກແຮງງານລວມ ອານາໄມຕັດຫຍ້າ, ຖົມບວກ ແລະ ຂຸດຮອງລະບາຍນໍ້າຕາມເສັ້ນທາງ.

ໃນວັນທີ 21 ສິງຫາ 2026 ຜ່ານມານີ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ອານາໄມ ຕັດຫຍ້າ, ຖົມບວກ ແລະ ຂຸດຮອງລະບາຍນໍ້າຕາມເສັ້ນທາງ ລະຫວ່າງເທດສະບານເມືອງຫາບ້ານໂພນສະຫວ່າງ ແລະ ເທດສະບານເມືອງຫາບ້ານຫົວນໍ້າຄາ ເຊິ່ງນໍາໂດຍ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ມີຄະນະພັກທີ່ຮັບຜິດຊອບແຕ່ລະບ້ານ, ມີຄະນະກໍາມະການປົກຄອງຕາແສງນໍ້າເມິງ, ພະນັກງານອ້ອມຂ້າງເມືອງ, ສອງກອງກໍາລັງ ປກຊ-ປກສ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນ 7 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການເມືອງເມິງ ສະບັບເລກທີ 274/ຫວມ.ມມ ການສ້າງຂະບວນການໃນຄັ້ງນີ້ໄດ້ແບ່ງອອກເປັນ 6 ຈຸດຄື: ຈຸດທີ1 ແຕ່ເທດສະບານເມືອງຫາບ້ານໂພນສະຫວ່າງ, ຈຸດທີ 2 ແຕ່ເທດສະບານເມືອງຫາບ້ານຫ້ວຍທາດໃໝ່, ຈຸດທີ 3 ບ້ານຫ້ວຍທາດເກົ່າ, ຈຸດທີ 4 ບ້ານໂພນຈະເລີນ, ຈຸດທີ 5  ບ້ານປຸງຜາ ແລະ ຈຸດທີ 6 ບ້ານຫົວນໍ້າ ເຊິ່ງໃນແຕ່ລະຈຸດແມ່ນຈັດແບ່ງຄະນະພັກ, ກໍ່ຄືບັນດາຫ້ອງການທີ່ຮັບຜິດຊອບແຕ່ລະບ້ານ ລົງຊີ້ນໍາ-ນໍາພາ ພະນັກງານ, ອົງການການປົກຄອງບ້ານ ແລະ ປະຊາຊົນ ໄດ້ສົມທົບກັບ 3 ບໍລິສັດຄື: ບໍລິສັດຢຸຍເສີນກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ຈໍາກັດ, ບໍລິສັດພອນວິໄລກໍ່ສ້າງຂົວ-ທາງ ຈໍາກັດ ແລະ ບໍລິສັດ ຕໍ່ລູລ່າຫູ່ລາວກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ຈໍາກັດ ອອກແຮງງານລວມອານາໄມຕັດຫຍ້າ, ຖົມບວກ ແລະ ຂຸດຮອງລະບາຍນໍ້າຕາມເສັ້ນທາງ ໂດຍນໍາເອົາອຸປະກອນເປັນຕົ້ນແມ່ນ: ຈົກ, ຊ້ວນ, ລົດດາມ, ລົດໄທໃຫຍ່ ແລະ ລົດຈົກ ຫານະດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກ 3 ບໍລິສັດ ນອກຈາກນັ້ນບັນດາຫ້ອງການອ້ອມຂ້າງເມືອງກໍ່ໄດ້ອານາໄມຕັດຫຍ້າຕາມສໍານັກງານຫ້ອງການຂອງຕົນຕື່ມອີ່ກ.

ຄະນະຮັບຜິດຊອບໃນການສ້າງຂະບວນການຂອງເມືອງຍັງໃຫ້ຮູ້ວ່າ: ການສ້າງຂະບວນການໃນຄັ້ງນີ້ ກໍ່ເພຶ່ອຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດ ທັງເປັນການປູກຈິດສໍານຶກໃຫ້ໝົດທຸກຄົນຈົ່ງຊ່ວຍກັນປົກປັກຮັກສາເສັ້ນທາງ ຮັບປະກັນເຖິງຄວາມປອດໄພໃນການເດີນທາງໄປມາໃຫ້ມີຄວາມສະດວກສະບາຍ ແລະ ວອງໄວຂຶ້ນກ່ວາເກົ່າ ທັງເປັນການທຳລາຍບ່ອນເພາະພັນຂອງຍຸງລາຍ ແລະ ຕ້ານການລະບາດຂອງພະຍາດຕາມລະດູການ ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີແສນດີ ຕ່າງໜ້າການນໍາຂອງເມືອງ ໄດ້ນໍາເອົາໂທລະໂຄງຈໍານວນ 2 ໜ່ວຍໄປມອບໃຫ້ແກ່ອົງການປົກຄອງບ້ານຫ້ວຍທາດໃໝ່ ຕື່ມອີ່ກ.

ຂ່າວ: ອຸ່ນຄໍາ ຂັນວາລິດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa