






ວັນທີ 19 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ປິດຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ ຊຸດທີ III ປະຈໍາປີ 2026 ໂດຍການເປັນປະທານຮ່ວມ ຂອງສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ແລະ ສະຫາຍ ບຸນມີ ອິນທະນິນ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ຄະນະຮັບຜິດຊອບຂອງເມືອງ, ຄູ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີສະຫາຍ ນາງ ສີອໍາພອນ ອິນທະພອນ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານບົດສະຫຼຸບ ຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ 09 ວັນ ຊຸດທີ III ປະຈໍາປີ 2026. ເຊິ່ງຊຸດຝຶກອົບຮົມໃນຄັ້ງນີ້: ປະກອບມີນັກສຳມະນາກອນ ເຂົ້າຮຽນທັງໝົດ 46 ສະຫາຍ, ຍິງ 18 ສະຫາຍ ມາຈາກພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ຜ່ານການຄົ້ນຄ້ວາຮໍ່າຮຽນຢ່າງເປັນລະບົບ ເຫັນວ່າ: ນັກສໍາມະນາກອນ ແມ່ນມີຄວາມຮັບຮູ້ທີ່ຖືກຕ້ອງຕໍ່ນະໂຍບາຍຂອງພັກ ກໍາໄດ້ບັນຫາຫຼັກມູນພື້ນຖານລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ, ກົນໄກເສດຖະກິດຕະຫຼາດ, ຕາມທິດສັງຄົມນິຍົມ ເພຶ່ອໃຫ້ເປັນພື້ນຖານໃຫ້ແກ່ການໜູນໃຊ້ທິດສະດີເຂົ້າໃນໜ້າທີ່ວຽກງານຕົວຈິງ ແລະໄດ້ປະເມີນຜົນການຮຽນເຊິ່ງປະກອບມີຄື: ດີເລີດ ແລະ ດີຫຼາຍ ຜ່ານການຝຶກອົບຮົມ ນັກສໍາມະນາກອນສາມາດປັບປຸງໄດ້ທັດສະນະຫຼັກໝັ້ນທາງດ້ານການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີທັດສະນະມະຫາຊົນ ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ເປັນແບບຢ່າງທີດີໃຫ້ແກ່ມະຫາຊົນໃນດ້ານຕ່າງໆ. ຈາກນັ້ນ ສະຫາຍ ອຸ່ນຄໍາ ຂັນວາລິດ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມ ແຂວງບໍ່ແກ້ວ ສະບັບເລກທີ 377/ຄອຮຂ.ບກ ວ່າດ້ວຍການອະນຸມັດອອກໃບຢັ້ງຍືນ ໃຫ້ແກ່ ຊຸດອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ຊຸດທີ III ປະຈໍາປີ 2026 ເປັນກຽດມອບໂດຍ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ.
ຕອນທ້າຍຂອງພິທີ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນໂອ້ລົມ ແລະເໜັ້ນໜັກ ໃຫ້ສຳມະນາກອນທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້: ຈົ່ງເປັນເຈົ້າການນໍາເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຄົ້ນຄວ້າຮໍາຮຽນມາ ໄປຜັນຂະຫຍາຍເຂົ້້າສູ່ພຶດຕິກໍາຕົວຈີງ ໃຫ້ມີການຫັນປ່ຽນ, ມີການປັບປຸງໄປໃນທາງທີດີຂື້ນກ່ວາເກົ່າ ກໍ່ຄືໝຸນໃຊ້ເຂົ້າໃນໜ້າທີວຽກງານວິຊາສະເພາະ ແລະ ຂະບວການຕ່າງໆ ໃຫ້ມີຜົນງານທີ່ພົ້ນເດັ່ນຂື້ນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກເພື່ອກຽມພ້ອມເປັນພະນັກງານສຶບທອດທີດີເດັ່ນຂອງພັກ-ລັດໃນຕໍ່ໜ້າ, ຕັ້ງໜ້າພັດທະນາຕົນເອງທາງດ້ານວິຊາສະເພາະຄຽງຄູ່ກັບການຮຽນຮູ້ເອົາວິທະຍາສາດ ວິທະຍາການອັນໃໝ່ຂອງສາກົນ ໃຫ້ທັນກັບສະພາບການປ່ຽນແປງໃໝ່ໃນເງື່ອນໄຂປັດຈຸບັນ, ເອົາໃຈໃສ່ສຶບຕໍ່ຄົ້ນຄວ້າທິດສະດີມາກ-ເລນີນ ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ນໍາໃຊ້ເຂົ້າໃນພຶດຕິກໍາຕົວຈິງຢ່າງປະດິດສ້າງ, ສອດຄ່ອງກັບສະພາບການ ແລະ ຈຸດພິເສດຂອງທ້ອງຖີ່ນຂອງຕົນ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ພາບ: ສ່ອງແກ້ວ ທໍາມະວົງ