






ພິທີເປີດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ສະໄໝທີ່ IX ຢູ່ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດຂື້ນໃນວັນທີ 19 ສິງຫາ 2026 ນີ້, ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ນາງ ແສງເພັດ ຈັນສີແພງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ,ປະທານສະຫະພັນກໍາມະບານເມືອງປາກທາ,ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ອິ່ນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ,ຜູ້ຊີ້ນໍາຂົງເຂດພັກພະນັກງານ ແລະອົງການຈັດຕັ້ງມະຫາຊົນ,ສະຫາຍ ແກ້ວລາ ນໍລະສິງ ຄະນບໍລິຫານງານສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານແຂວງບໍ່ແກ້ວ, ມີບັນດາສະຫາຍ ຄະນະບໍລິງານງານສະຫະພັນກໍາມະບານເມືອງປາກທາທາ, ປະທານ,ຮອງປະທານຮາກຖານ, ຕະຫຼອດຮອດສະມາຊິກກໍາມະບານ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ພິທີ ສະຫາຍ ນາງ ແສງເພັດ ຈັນສີແພງ ໄດ້ມີຄໍາເຫັນກ່າວເປີດພິທີຂະບວນແຂ່ງຂັນ 5 ເປັນເຈົ້າ ພ້ອມທັງຜ່ານບົດແນະນໍາຂອງສະຫະພັນກໍາມະບານລາວ ສະບັບເລກທີ 299/ສກລ,ລົງວັນທີ 6 ກຸມພາ 2026,ວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ,ຂອງສະຫະພັນກໍາມະບານລາວ, ຈາກນັ້ນ ສະຫາຍ ບຸນມາ ແສງອຸ່ນແກ້ວ ຮອງປະທານສະຫະພັນກໍາມະບານເມືອງປາກທາ,ໄດ້ຜ່ານມິຕິຕົກລົງ ຂອງຄະນະປະຈໍາພັກເມືອງປາກທາ,ວ່າດ້ວຍການແຕ່ງຕັ້ງ ຜູ້ຮັບຜິດຊອບຂະບວນການແຂ່ງຂັນ 5 ເປັນເຈົ້າ ສະຫະພັນກໍາມະບານລາວຢູ່ເມືອງປາກທາ, ພ້ອມທັງແຜນການແຂ່ງຂັນ 5 ເປັນເຈົ້າ ຢູ່ເມືອງປາກທາໄລຍະ 4 ປີ( 2026 – 2029) ສະເພາະກໍາມະບານເມືອງປາກທາມີກໍາມະບານຮາກຖານທັງໝົດ 30 ຮາກຖານ,ປະກອບດ້ວຍສະມາຊິກຳມະບານພະນັກງານຫ-ລັດຖະກອນ, ກໍາມະກອນ ແລະຜູ້ອອກແຮງງານບັນດາເຜົ່າປະກອບດ້ວຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າເຊັ່ນວ່າ: ເປັນເຈົ້າຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ,ເປັນເຈົ້າປະຕິບັດກົດໝາຍແລະລະບຽບການຂອງລັດ, ເປັນເຈົ້າພັດທະນາຕົນເອງແລະການຈັດຕັ້ງ, ເປັນເຈົ້າປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ,ແລະເປັນເຈົ້າປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ, ເພື່ອເຮັດໃຫ້ສະມາຊິກກໍາມະບານກໍາໄດ້ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ,ມາດຖານເງື່ອນໄຂແລະບາດກ້າວການຈັດຕັ້ງປະຕິບັດ,ແນໃສ່ສ້າງຄວາມເປັນເອກະພາບໃນການຊີ້ນໍາ-ນໍາພາ,ຊຸກຍູ້,ຕິດຕາມກວດກາການແລະປະເມີນຜົນຈັດຕັ້ງປະຕິບັດ,ຖືເອົາການປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ເປັນບັ້ນດໍາເນີນຊີວິດການເມືອງໃນແຕ່ລະປີເພື່ອເປັນການປັບປຸງ ພັດທະນາການຈັດຕັ້ງກໍາມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຊອກໃຫ້ເຫັນສະມາຊິກກໍາມະບານດີເດັ່ນໃນຕໍ່ໜ້າ, ຈາກນັ້ນ ຄະນະບໍລິຫານງານສະຫະພັນກໍາມະບານເມືຶອງ,ປະທານ, ຮອງປະທານຮາກຖານ ກໍ່ໄດ້ຂື້ນຈັບມື ແຂ່ງຂັນ 5 ເປັນເຈົ້າ.
ພິທີໃນຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ແກ້ວລາ ນໍລະສິງ ປະທານສະຫະພັນກໍາມະບານແຂວງບໍ່ແກ້ວເຊິ່ງສະຫາຍໄດ້ເນັ້ນໜັກບັນກາສໍາຄັນເປັນຕົ້ນຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນຕ້ອງເປັນເຈົ້າການຄົ້ນຄ້ວາເຊື່ອມຊຶມ,ກໍາແໜ້ນຢ່າງເລິກເຊິ່ງຕໍແນວທາງນະໂຍບາຍ,ມະຕິ-ຄໍາສັ່ງຂອງພັກ-ລັດ,ລະບຽບກົດໝາຍຢ່າງເລິກເຊິ່ງ,ເອົາໃຈໃສ່ຍົກສູງບົດບາດຂີດຄວາມສາມາດຂອງສະຫະພັນກໍາມະບານແຕ່ລະຂັ້ນ,ເອົາໃຈໃສ່ດໍາເນີນກາານປົກປ້ອງສິແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານກໍາມະກອນແລະຊາວຜູ້ອອກແຮງງານໃຫ້ທົ່ວເຖິງ,ຊຸກຍູ້ຢ່າງແຂງແຮງຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານລາວຕິດພັນກັບຂະບວນການແຂ່ງຂັນຮັກຊາດແລະພັດທະນາ,ກໍາມະບານແຕ່ລະຂັ້ນຕ້ອງໄດ້ຕ້ອງໄດ້ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດດ້ວຍການເຄົາລົບແລະປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດ,ເພີ່ມທະວີການປະສານງານກັບອົງການຈັດຕັ້ງມະຫາຊົນຕ່າງໆໃຫ້ກົມກຽວເພື່ອເປັນກໍາລັງແຮງໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີປະສິດທິພາບ ສູງຂື້ນແລະມີການຫັນປ່ຽນຢ່າງຕັ້ງໜ້າ.
ພາບ-ຂ່າວ: ບຸນເພັງ ທຸມມະວົງ