





ພິທີ ມອບໃບຢັ້ງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ ປີ 2025 ຂອງບັນດາໜ່ວຍພັກພາຍໃນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດຂື້ນໃນວັນທີ 18 ສິງຫາ 2026 ຜ່ານມານີ້ ໂດຍການເປັນປະທານຂອງ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງເມິງ, ມີສະຫາຍ ຄະນະປະຈໍາພັກ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານກອງບັນຊາການ ປ້ອງກັນຄວາມສະຫງົບ, ເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ໂດຍປະຕິບັດຕາມ ຄໍາສັ່ງຂອງກົມການເມືຶອງສູນກາງພັກ ສະບັບເລກທີ 01 /ກມສພ, ລົງວັນທີ 3 ມັງກອນ 2018,ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ,ລົງວັນທີ 14 ກຸມພາ 2025 ຈາກນັ້ນ ສະຫາຍ ຄໍາເງິນ ອິນທໍາພະວົງ ກໍາມະການພັກເມືອງ ຫົວໜ້າຄະນະຈັດຕັ້ງມະຕິຕົກລົງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 181/ຄປພຂ.ບກ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຫັນດີຮັບຮອງເອົາໜ່ວຍພັກຮາກຖານ ທີ່ຂື້ນກັບອົງຄະນະພັກ ເມືອງເມິງ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຈໍານວນ 33 ໜ່ວຍພັກ, ໃນພິທີຍັງໄດ້ມອບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກຽດມອບໂດຍ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ຂື້ນຮັບໂດຍ ເລຂາໜ່ວຍພັກແຕ່ລະໜ່ວຍຂຶ້ນຮັບຢ່າງສົມກຽດ.
ໃນໂອກາດທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາໜ່ວຍພັກທັງ 33 ໜ່ວຍພັກ ທີ່ຍາດໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ທີ່ເປັນໃບໜ້າອັນໃໝ່ມາສູ່ໜ່ວຍພັກ, ການມອບໃບຢັ້ງຢືນໃນຄັ້ງນີ້ ຖືເປັນການສະແດງເຖິງການປັບປຸງພາຍໃນພັກ, ປັບປຸງຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ, ເຊີດຊູນໍ້າໃຈ ເປັນແບບຢ່າງທີດີໃຫ້ແກ່ມະຫາຊົນ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກທີ່ໄດ້ວາງຢ່າງເຂັ້ມງວດ, ພ້ອມກັນນັ້ນ ກໍ່ໄດ້ເນັ້ນໜັກໃຫ້ຄະນະພັກທຸກຂັ້ນ ຕ້ອງຢຶດໝັ້ນກໍ່ສ້າງພັກທາງດ້ານແນວຄິດ, ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວ ,ສະມາຊິກພັກ ພະນັກງານ ຕະຫຼອດປະຊາຊົນບັນດາເຜົ່າ ໃຫ້ເປັນລະບົບຕໍ່ເນື່ອງ, ໜ່ວຍພັກທີ່ຍັງບໍ່ໄດ້ຮັບນາມມະຍົດ ແມ່ນຈະໄດ້ສືບຕໍ່ດໍາເນີນຊີວິດການເມືອງພາຍໃນພັກ, ຕີລາຄາຈັດແບ່ງປະເພດສະມາຊິກພັກໃຫ້ເລິກເຊິ່ງ, ຮັບປະກັນທາງດ້ານການເມືອງ, ເພື່ອສ້າງໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຕໍ່ໜ້າ ແລະສືບຕໍ່ຮັກສານາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄວ້ໃຫ້ໝັ້ນຄົງຢືນຍົງຕະຫຼອດໄປ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ພາບ: ສ່ອງແກ້ວ ທໍາມະວົງ