





ເພື່ອກຽມພ້ອມຮັບມືການລະບາດພະຍາດຕ່າງຕາມລະດູການ ພະນັກງານລັດຖະກອນອ້ອມຂ້າງເມືອງຜາອຸດົມ, ຂົງເຂດ ປກຊ-ປກສ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດພັກ-ພະນັກງານ, ຂົງເຂດອົງການຈັດຕັ້ງມະຫາຊົນ, ຄະນະກຳມະການປົກຄອງຕາແສງພາຍໃນເມືອງຜາອຸດົມ ໄດ້ພ້ອມກັນນຳພາ ຊີ້ນຳ ພໍ່ແມ່ປະຊາຊົນຂອງແຕ່ລະບ້ານພາຍໃນເມືອງຜາອຸດົມ ທີ່ໄດ້ແບ່ງໃຫ້ແຕ່ລະຫ້ອງການຮັບຜິດຊອບ ນຳພາສ້າງຂະບວນການ ອອກແຮງງານລວມ, ຢູ່ພາຍໃນບ້ານຕາມການແບ່ງຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ຕາມຂອບເຂດຄວາມຮັບຜິດຊອບສຳນັກງານ-ອົງການ ພາຍໃນເທດສະບານເມືອງ.
ການອອກແຮງງານຄັ້ງນີ້: ໄດ້ປັດກວາດ, ອະນາໄມສະຖານທີ່ຫ້ອງການ, ຕັດຫຍ້າ. ຖ່າງຫຍ້າ, ເກັບມ້ຽມຂີ້ເຫຍື້ອກະໂປະ-ກະປ໋ອງ, ກໍາຈັດສິ່ງກີດຂວາງອອກຈາກຂອບເຂດຂົວຂ້າມແມ່ນ້ຳສາຍຕ່າງໆ, ຂຸດດິນ, ຖົມດິນ, ໃສ່ບ່ອນເສັ້ນທາງຫຼວງ ແລະ ທາງຊອຍ ທີ່ເປັນບວກ ເປັນຕົມ ຕາມຄວາມຮັບຜິດຊອບຂອງຕົນ, ທັງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ສະຖານທີ່ດັ່ງກ່າວ, ມີຄວາມສະອາດຈົບງາມ ຄວາມເປັນລະບຽບຮຽບຮ້ອຍ, ທັງເປັນການທຳລາຍບ່ອນເພາະພັນຂອງຍຸງລາຍ ແລະ ຕ້ານການລະບາດຂອງພະຍາດຕາມລະດູການ ແລະ ເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ໃຫ້ເປັນຂະບວນການຟົດຟື້ນ, ພ້ອມທັງ ເປັນການເສີມສ້າງຄວາມສາມັກຄີ ລະຫວ່າງພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນໃຫ້ ແໜ້ນແຟ້ນຫຼາຍຂື້ນກວ່າເກົ່າ.
ຂ່າວ:ພອນສະຫວັນ ມະນີສີ