ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປີດກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເມືອງ ປະຈຳສົກຮຽນ 2025 – 2026.

ວັນທີ 19 ສິງຫາ 2026ນີ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເມືອງ ປະຈຳສົກຮຽນ 2025 – 2026 ຂື້ນຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ເພັງມະນີ ລໍມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນກຽດເຂົ້າຮ່ວມ ຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ມີພຣະເຖຣາ ນຸເຖຣະ, ຜູ້ບໍລິຫານການສຶກສາພາຍໃນເມືອງ ແລະ ແຂກເຊີນຈາກຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້: ໄດ້ຮັບຟັງການຜ່ານມະຕິກອງປະຊຸມ ຜູ້ບໍລິຫານການສຶກສາທົ່ວແຂວງບໍ່ແກ້ວ, ບົດສະ  ຫຼຸບປະຈຳສົກຮຽນ 2025 – 2026 ແລະ ແຜນປະຈໍາສົກຮຽນ 2026-2027 ໃນນີ້: ທົ່ວເມືອງຜາອຸດົມ ມີໂຮງຮຽນລ້ຽງເດັກ ແລະ ອະນຸບານທັງໝົດ 40 ແຫ່ງ, ມີ 71 ຫ້ອງ, ມີນັກຮຽນລວມທັງໝົດ 2,042 ຄົນ, ຍິງ 1.023 ຄົນ, ນັກຮຽນຫຼຸດລົງ 24 ຄົນ, ໂຮງຮຽນປະຖົມ ມີ 54 ແຫ່ງ, ມີ 216 ຫ້ອງ, ມີນັກຮຽນຊັ້ນປະຖົມ 5,637 ຄົນ, ຍິງ 2,747ຄົນ. ( ເມື່ອທຽບໃສ່ສົກຮຽນຜ່ານມາເຫັນວ່າ ໂຮງຮຽນຍຸບ 2 ແຫ່ງ, ( ໂຮງຮຽນສະມີນ, ໂຮງຮຽນຈອມແກ້ວ ) ນັກຮຽນຫຼຸດລົງ 9 ຄົນ , ໂຮງຮຽນມັດທະຍົມສຶກສາ ມີທັງໝົດ 11 ແຫ່ງ: ໃນນີ້ມີໂຮງຮຽນມັດທະຍົມຕອນຕົ້ນ 8 ແຫ່ງ, ມີນັດຮຽນທັງໝົດ 2,528 ຄົນ, ຍິງ 1,271 ຄົນ, ທຽບໃສ່ສົກຮຽນຜ່ານມາ ນັກຮຽນຫຼຸດລົງ  354 ຄົນ, ໂຮງຮຽນມັດທະຍົມສົມບູນມີ 3 ແຫ່ງ; ມີນັກຮຽນທັງໝົດ 924 ຄົນ, ຍິງ 425 ຄົນ, ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 84 ຄົນ, ມີພະນັກງານລັດຖະກອນຄູທັງໝົດ 516 ຄົນ, ຍິງ 242 ຄົນ ໃນນີ້: ບໍລິຫານ 35 ຄົນ, ຍິງ 10 ຄົນ, ລັດຖະກອນຄູ 481 ຄົນ, ຍິງ 232 ຄົນ, ຄູອາສາເຂົ້າເປັນລັດຖະກອນ ປ້ອງກັນຊາດຈໍານວນ 12 ຄົນ, ຍິງ 8 ຄົນ. ການຈັດຕັ້ງປະຕິບັດ 15 ຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ, ມີ 6 ຄາດໝາຍທີ່ສາມາດບັນ¬ລຸໄດ້ຕາມແຜນ ແລະ ຜົນການສອບເສັງຈົບຊັ້ນສາຍສາມັນສຶກສາ ສົກຮຽນ 2025-2026, ຊັ້ນປະຖົມສຶກສາ  ປ 1 – ປ 5, ເສັງໄດ້ 96,38%, ຍີງ 97,15%, ເສັງຕົກ 3,60%, ມັດທະຍົມສຶກສາຕອນຕົ້ນ ມ 1 – ມ 4 ເສັງໄດ້ 98,09%, ຍີງ 98,44%, ເສັງຕົກ 1,90%, ຊັ້ນມັດທະຍົມສຶກສາຕອນປາຍ ມ 5 – ມ 7 ເສັງໄດ້ 98,77%, ຍີງ 99,53%, ເສັງຕົກ 1,22%. ພ້ອມດຽວກັນນີ້ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຂອງແຕ່ລະໜ່ວຍງານ ກໍ່ມີຜົນສໍາເລັດຫຼາຍດ້ານເຊັນວ່າ: ການສຶກສາກ່ອນໄວຮຽນ, ວຽກງານສາມັນສຶກສາ, ການສຶກສານອກໂຮງຮຽນ, ວຽກງານການພັດທະນາຄູ, ວຽກງານກິລາ-ກາຍຍະກໍາ, ວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາ, ຂະນະດຽວກັນຜູ້ເຂົ້າຮ່ວມ ຍັງຈະໄດ້ຮັບຟັງການລາຍງານສະພາບການຮຽນ – ການສອນ, ການຈັດຕັ້ງປະຕິບັດວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ( CPD ), ເຜີຍແຜ່ບາງເນື້ອໃນກ່ຽວກັບການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ການສົ່ງເສີມພັດທະນາກິລາກະຍາກຳ ສົກຮຽນ 2024-2025 ແລະ ກອງທຶນກິລານັກຮຽນສາມັນ ສົກຮຽນ 2025-2026

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງຈະໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ, ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີວຽກງານໄລຍະຜ່ານ ຕາມຄຳຖານເຈາະຈີ້ມ ເພື່ອຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ, ຊອກຫາວິທີແກ້ໄຂ ໃນການຈັດຕັ້ງປະຕິບັດໜ້າທີວຽກງານສືກສາໃນສົກຮຽນໃໝ່ ໃຫ້ມີຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້, ກອງປະຊຸມແມ່ນໃຊ້ເວລາ 2 ວັນຈຶ່ງສຳເລັດ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa