







ຕອນບ່າຍຂອງວັນທີ 18 ສິງຫາ 2026 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ່ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ່ XII ແລະມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ່ VII ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງຜາອຸດົມ ໂດຍການເປັນປະທານຂອງສະຫາຍ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ເປັນກຽດເຂົ້າຮ່ວມກອງປະຊຸມ ມີສະຫາຍ ຄໍາຝັ້ນ ສໍແອນົງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີພະນັກງານນໍາພາຄຸ້ມຄອງ, ພະນັກງານຫຼັກແຫຼ່ງຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ບົວເກດ ສືບໄຊຍາ ຫົວໜ້າຄະນະຈັດຕັ້ງເມືອງໄດ້ເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ່ XII ຂອງພັກ ເຊິ່ງປະກອບມີ 3 ໝວດ 11 ມາດຕາ ເຊິ່ງທ່ານໄດ້ເນັ້ນໜັກ ໃນບາງໝວດບາງມາດຕາ ຈຸດປະສົງ ເພື່ອແນະນໍາອະທິບາຍບາງເນື້ອໃນ, ຄໍາສັບ ແລະບາງປະໂຫຍກຄໍາເວົ້າທີ່ກໍານົດຢູໃນກົດລະບຽບພັກ, ໃຫ້ຈະແຈ້ງເຂົ້າໃຈງ່າຍເຮັດໃຫ້ຄະນະພັກ, ສະມາຊິກພັກກໍາແໜ້ນ, ຮັບຮູ້, ເຂົ້າໃຈເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ່ XII ຢ່າງເຂັ້ມງວດ ແນໃສ່ຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະ ໄໝທີ່ XII ໄດ້ຮັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະເປັນບ່ອນອີງໃຫ້ຄະນະບໍລິຫານງານພັກແຕ່ລະຂັ້ນນໍາໄປຈັດຕັ້ງຜັນຂະຫຍາຍ ແລະນໍາພາການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ຖືກຕ້ອງ, ຄົບຖ້ວນ, ເປັນເອກະພາບໃນທົ່ວພັກ ແລະທັນເວລາທີ່ກໍານົດໄວ້. ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XII ຂອງພັກ ເຊິ່ງເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດໂຄງການການເມືອງຂອງພັກພາຍໃຕ້ຄໍາຂວັນ ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນ, ກ້າວຂຶ້ນສູ່ສັງຄົມນິຍົມ ແລະຫົວຂໍ້ວຽກງານບູລິມະສິດທີ່ຈະຄົ້ນຄວ້າສໍາມະນາ ເພື່ອອອກເປັນມະຕິ ຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ ຄື ການສ້າງຍຸດທະສາດແນວຫຼັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະຫັນເປັນດິຈິຕອນ, ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາ ໃນເງື່ອນໄຂໃໝ່, ນະໂຍບາຍກໍ່ສ້າງ, ຄຸ້ມຄອງ, ນໍາໃຊ້ປັນຍາຊົນ, ນັກຄົ້ນຄວ້າ, ນັກວິທະຍາສາດ, ຄູອາຈານ, ແພດໝໍ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່, ຍົກລະດັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເປັນວາລະແຫ່ງຊາດ, ການຕ້ານ, ສະກັດກັ້ນ, ປ້ອງກັນ ແລະແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະການຟູມເຟືອຍ ໃນກົງຈັກການຈັດຕັ້ງ, ການແປງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ກັບທ້ອງຖິ່ນ ໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ, ການຊຸກຍູ້, ສົ່ງເສີມ ແລະ ພັດທະນາເສດຖະກິດເອກະຊົນ ໃນເງື່ອນໄຂໃໝ່, ການປະຕິຮູບລະບອບເງິນເດືອນ, ເງິນບຳເນັດ, ເງິນອຸດໜູນຄ່າຄອງຊີບ ຕໍ່ພະນັກງານ, ເພີ່ມທະວີວຽກງານການທູດເສດຖະກິດ ໃຫ້ແຂງແຮງ, ຕິດພັນກັບການຍົກສູງຄວາມເປັນເຈົ້າຕົນເອງ, ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມເອກະສານແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນຂະພັກແຂວງບໍ່ແກ້ວຄັ້ງທີ່ VII ໂດຍມີຈຸດປະສົງ ເພື່ອນໍາພາ-ຊີ້ນໍາ ການຈັດຕັ້ງຜີຍແຜ່ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ່ VII ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ, ພາກສ່ວນທຸລະກິດ ທັງພາກລັດ ແລະເອກະຊົນ, ຄະນະພັກ-ອົງການປົກຄອງບ້ານ, ນັກຮຽນນັກສຶກສາ ແລະປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ ທົ່ວເຖິງ, ເຮັດໃຫ້ການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ດໍາເນີນໄປຕາມມະຕິກອງປະຊຸມໃຫຍ່ ສາມາດເສີມ ຂະຫຍາຍບັນດາທ່າແຮງ ກໍ່ຄືຄວາມອາດສາມາດໃນດ້ານຕ່າງໆ ຂອງຂະ ແໜງການ ແລະບັນດາເມືອງ, ທ້ອງຖິ່ນ ຢ່າງມີປະສິດທິພາບ ກໍ່ຄື ແຜນການຄາດໝາຍທີ່ໄດ້ກຳ ນົດໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະຫົວຂໍ້ສຳມະນາວິທະຍາສາດ ແລະບັນດາຍຸດທະສາດ ຊຸກຍູ້ໃຫ້ ແກ່ການພັດທະນາ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເຮັດໃຫ້ແຂວງບໍ່ແກ້ວໄດ້ຮັບການພັດທະນາ ແລະ ກ້າວຂຶ້ນເລື້ອຍໆ.
ພາບ-ຂ່າວ: ໂສພາ ທິບພະວົງ.