ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຮຽນສະໜັບສະໜູນ ແລະ ກົດລະບຽບພັກ ໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຈະເຂົ້າເປັນສະມາຊິກພັກ.

ໃນລະຫວ່າງວັນທີ 27-29 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຮຽນສະໜັບສະໜູນ ແລະ ກົດລະບຽບພັກໃຫ້ມະຫາຊົນຜູ້ກ້າວໜ້າ, ເປົ້າໝາຍຈະເຂົ້າເປັນສະມາຊິກພັກ ຢູ່ບັນດາກົມກອງໃນທົ່ວກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສີນວນ ອິນທະສອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ມີຄະນະຮັບຜິດຊອບ,ພະນັກງານ-ຄູອາຈານ, ພະແນກທີ່ກ່ຽວຂ້ອງ ຕະຫຼອດຮອດ ມະຫາຊົນຜູ້ກ້າວໜ້າ ທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂື້ນຜ່ານແຜນການດຳເນີນໃນການຈັດຕັ້ງຮຽນສະໜັບສະໜູນ ແລະ ກົດລະບຽບພັກ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປັນເປົ້າໝາຍຂະຫຍາຍເຂົ້າພັກຊຸດທີ I ປະຈຳປີ 2026 ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XIl, ໝວດທີ I, ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ໃນນີ້, ມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນ 50 ສະຫາຍ, ຍິງ 03 ສະຫາຍ ແລະ ມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນກົດລະບຽບພັກ 47 ສະຫາຍ, ຍິງ 0 ສະຫາຍ. ສຳລັບເອກະສານທີ່ນຳມາເປີດຮຽນໃຫ້ເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກຄັ້ງນີ້ ມີເອກະສານຮຽນສະໜັບສະໜູນພັກ ແລະ ເອກະສານກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XIl ເພື່ອຮັບປະກັນໃຫ້ແກ່ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ມີຄວາມຮັບຮູ້ເຂົ້າໃຈແຈ້ງຢ່າງເລິກເຊີ່ງ ແລະ ກຳແໜ້ນບັນດາເນື້ອໃນສຳຄັນເປັນຕົ້ນແມ່ນ ຮັບຮູ້ໄດ້ມາດຖານເງື່ອນໄຂ, ສິດ ແລະ ຂໍ້ຫ້າມ ຂອງສະມາຊິກພັກ ຂອງພັກປະຊາຊົນປະຕິວັດລາວ.ໂດຍໄດ້ກຳນົດໄລຍະເວລາໃນການຮຽນເປັນເວລາ 03 ວັນ ຈຶ່ງສຳເລັດ.

ໂອກາດດຽວກັນນີ້ ສະຫາຍ ພັນໂທ ສີນວນ ອິນທະສອນ ຍັງໄດ້ໂອ້ລົມກ່ອນອື່ນໄດ້ເນັ້ນໜັກໃຫ້ບັນດາ ສະຫາຍມະຫາຊົນຜູ້ກ້າວໜ້າທຸກສະຫາຍ ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ຍາດແຍ່ງເອົາຄວາມຮູ້ນຳຄູອາຈານ ທີ່ຂຶ້ນຫ້ອງໃຫ້ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ ຄວາມກ້າວໜ້າ ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງພັກ-ລັດວາງອອກຢ່າງເຂັ້ມງວດ ແລະ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ຂ່າວ: ນາງ ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa