ເມືອງຫ້ວຍຊາຍຈັດງານປະກວດເຮືອໄຟເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ 2026.

ໃນຄ່ຳຄືນວັນທີ 27 ຕຸລານີ້, ເມືອງຫ້ວຍຊາຍ ຈັດງານປະກວດໄຫຼເຮືອໄຟລ່ອງນໍ້າເນື່ອງໃນໂອກາດ ບຸນອອກພັນສາປະວໍລະນາ ປະຈຳປີ ພສ 2569 ເຊິ່ງໝູນວຽນມາຄົບຮອບອີກວາລະໜຶ່ງ, ເປັນການອານຸລັກ ແລະ ສົ່ງເສີມຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດລາວເຮົາໄວ້ໃຫ້ໝັ້ນຄົງຕະຫຼອດໄປ ເພື່ອຊຸກຍູ້ສົ່ງເສີມການປະດິດສ້າງ ຂອງປະຊາຊົນລາວບັນດາເຜົ່າ ພາຍໃນເທສະບານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຕິດພັນກັບການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ແລະ ວັນສຳຄັນຕ່າງໆຂອງພັກຂອງຊາດ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາການນໍາຂອງແຂວງ, ເມືອງ, ມວນຊົນເຂົ້າຮ່ວມ.

“ງານປະກວດໄຫຼເຮືອໄຟລ່ອງ” ຫຼື ທີ່ເຮົາຄຸ້ນເຄີຍກັນໃນຊື່ “ບຸນອອກພັນສາ ແລະ ງານປະເພນີໄຫຼເຮືອໄຟ” ແມ່ນ ໜຶ່ງໃນງານບຸນປະເພນີອັນຍິ່ງໃຫຍ່ ແລະ ງົດງາມ ເປັນເອກະລັກສະເພາະຂອງປວງຊົນລາວທັງຊາດ ເຊິ່ງໄດ້ຈັດຂຶ້ນເປັນປະຈຳທຸກປີ, ໃນງານຈະມີການປະກວດເຮືອໄຟຂະໜາດໃຫຍ່ (ເຮືອໄຟ ຂອງແຕ່ລະບ້ານ ແລະ ຕາແສງ) ທີ່ສ້າງຂຶ້ນຢ່າງປານີດ ປະດັບປະດາດ້ວຍໄຟຫຼາກສີສັນສວຍງາມ ແລະ ລ່ອງຕາມແມ່ນ້ຳຂອງ ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຊົມຢ່າງສວຍສົດງົດງາມ, ການແຂ່ງຂັນເຮືອໄຟລ່ອງນໍ້າໃນປີນີ້, ເຊິ່ງມີເຮືອໄຟເຂົ້າຮ່ວມແຂ່ງຂັນ 9 ລໍາ, ເຮືອໄຟ ບ້ານຫ້ວຍຕາບ, ເຮືອໄຟ ບ້ານຫ້ວຍມ່ອນ, ເຮືອໄຟ ບ້ານໜອງຊາຍ, ເຮືອໄຟ ບ້ານຂອນແກ້ວ, ເຮືອໄຟ  ບ້ານໃຫ່ຍຫ້ວຍຊາຍເໜືອ, ເຮືອໄຟ ບ້ານໃຫ່ຍຫ້ວຍຊາຍໃຕ້, ເຮືອໄຟ ບ້ານຕີນທາດ, ເຮືອໄຟ ບ້ານປ່າອ້ອຍ ແລະ ເຮືອໄຟ ຕາແສງຫ້ວຍຊາຍ, ຜ່ານການປະກວດ ແລະ ໃຫ້ຄະແນນຕົວຈິງຂອງຄະນະກຳມະການຕັດສິນ ຕາມ 4 ມາດຖານ: 1 ມາດຖານຫົວຄິດປະດິດສ້າງເອ້ຍ້ອງ, 2 ມາດຖານ ດ້ານເນື້ອໃນ, 3 ມາດຖານລ່ອງນໍ້າງາມ, 4 ມາດຖານ ບັນຍາກາດດີ, ສາມາດຈັດລຳດັບໃນແຕ່ລະປະເພດດັ່ງນີ້, ເຮືອໄຟທີສາມາດຍາດໄດ້ ອັນດັບທີ I ໄດ້ແກ່ ເຮືອໄຟ ຂອງ ບ້ານຕີນທາດ ໄດ້ຮັບເງິນສົດ 10 ລ້ານກີບ ພ້ອມຂັນ 1 ໜ່ວຍ, ໃຫ້ກຽດມອບລາງວັນໂດຍທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ເຮືອໄຟທີສາມາດຍາດໄດ້ ອັນດັບທີ II ໄດ້ແກ່ ເຮືອໄຟ ຂອງບ້ານໃຫ່ຍຫ້ວຍຊາຍໃຕ້, ໄດ້ຮັບເງິນສົດ ຈຳນວນ 8 ລ້ານກີບ, ໃຫ້ກຽດຂຶ້ນມອບຂອງ ທ່ານຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາພັກເມືອງຫ້ວຍຊາຍ, ເຮືອໄຟທີສາມາດຍາດໄດ້ ອັນດັບທີ III ໄດ້ແກ່ ເຮືອໄຟ ຂອງບ້ານໃຫຍ່ຫ້ວຍຊາຍເໜືອ, ໄດ້ຮັບເງິນສົດ ຈຳນວນ 6 ລ້ານກີບ, ໃຫ້ກຽດມອບລາງວັນຂອງ ທ່ານ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ລາງວັນຊົມເຊີຍລາງວັນລະ 4 ລ້ານກີບ, ມອບໂດຍ ທ່ານຂັນທອງ ທໍາມະວົງ ຮອງປະທານຄະນະກໍາມະການປົກຄອງແຂວງ ຕາມລໍາດັບ. ງານບຸນອອກພັນສາປະວໍລະນາ ເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວທີ່ສືບທອດກັນມາແຕ່ດົນນານ, ເຊິ່ງງານບຸນໄຫຼເຮືອໄຟ ຢູ່ຕາມສະຖານທີຕ່າງໆ ເຊັ່ນເຮືອນຊານບ້ານ ຊ່ອງກໍ່ມີການໄຕ້ທູບ ໄຕ້ທຽນປະດັບໃຫ້ມີແສງສະຫວ່າງຮຸ່ງງາມດີ, ເພື່ອເປັນການເຄົາລົບສັກກະລະບູຊາຕາມປະເພນີ, ເປັນການເຜີຍແຜ່ການທ່ອງທ່ຽວທາງດ້ານວັດທະນະທຳ ໃຫ້ນັບມື້ນັບກວ້າງຂວາງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແຂວງບໍ່ແກ້ວ ກໍຄືເມືອງຫ້ວຍຊາຍ ໃຫ້ນັບມື້ນັບເພີ່ມຂຶ້ນ.

ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa