
ປະມວນພາບບັນດາທ່ານການນໍາ ແລະ ມວນຊົນ ເຂົ້າຮ່ວມຊົມການແຂ່ງຂັນເຮືອຊ່ວງ ຈາກບັນດາບ້ານ ແລະ ຕາແສງ ຈຳນວນ 11 ລຳ, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສໍາຄັນຕໍ່ການສົ່ງເສີມວັດທະນະທຳ-ປະເພນີອັນດີງາມຂອງຊາດ, ທັງເປັນການຮ່ວມຊົມ ແລະ ໃຫ້ກຳລັງໃຈແກ່ບັນດາທຸກໆທີມເຮືອທີ່ເຂົ້າຮ່ວມແຂ່ງຂັນ.ເຊິ່ງມີມວນຊົນມາຊົມມາເຊຍ ແລະ ສຽງໂຫ່ຮ້ອງຢ່າງມ່ວນຊື່ນ, ສ້າງບັນຍາກາດໃຫ້ມີຊີວິດຊີວາ ແລະ ຄວາມສາມັກຄີໃນຊຸມຊົນ.ທັງເປັນການປົກປັກຮັກສາ ແລະ ສືບສານມູນເຊື້ອປະເພນີອັນດີງາມຂອງທ້ອງຖິ່ນໃຫ້ຄົງຢູ່ກັບລູກຫຼານສືບຕໍ່ໄປ.
ໂດຍ: ເງິນຫຼົງ ຈິດພູວົງ.