
ວັນທີ 23 ຕຸລາ 2026 ຜ່ານມານີ້, ຢູ່ທີ່ເດີ່ນກິລາຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີເປີດການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 51 ປີ ແລະ ວັນຄ້າຍວັນເກີດອາດີດປະທານ ໄກສອນ ພົມວິຫານ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນນາ ຄໍາສີປະເສີດ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ທີມນັກກິລາແຕ່ລະທີມອ້ອມຂ້າງເມືອງ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງເປັນຂະບວນການຝົດຝື້ນ.
ໃນພິທີຄະນະຮັບຜິດຊອບວຽກງານກິລາກາຍຍະກໍາຫ້ອງການສຶກສາທິການ ແລະກິລາເມືອງ ໄດ້ຂື້ນຜ່ານບົດລາຍງານການກະກຽມການແຂ່ງຂັນກິລາ ການແຂ່ງຂັນກິລາໃນຄັ້ງນີ້ປະກອບມີ 3 ປະເພດກິລາຄື: ກິລາບານເຕະ, ກະຕໍ້ຫວາຍ ແລະ ກິລາເປຕັງ ໃນນັ້ນ ທີມກິລາບານເຕະຊາຍ ມີ 8 ທີມ, ທີມກິລາກະຕໍ້ຫວາຍ ມີ 7 ທີມ, ທີມກິລາເປຕັງຊາຍ ມີ 21 ທີມ ແລະ ກິລາເປຕັງຍິງ ມີ 8 ທີມ ແລະ ພ້ອມທັງເປີດກິລາຂອງໂຮງຮຽນ ເພຶ່ອແຂ່ງຂັນກິລາລະຫວ່າງຫ້ອງຕໍ່ຫ້ອງຕື່ມອີ່ກ.
ໂອກາດນີ້,ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ເໜັ້ນໜັກບາງບັນຫາ ໃຫ້ຄະນະຮັບຜິດຊອບຕະຫຼອດຮອດນັກກິລາໝົດທຸກຄົນ ໃຫ້ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການສູງ ໃນການຈັດຕັ້ງປະຕິບັດຕາມລະບຽບຫຼັກການ ແລະ ກະຕິກາ ທີ່ໄດ້ວາງອອກ ເປັນຕົ້ນ: ຕ້ອງມີນໍ້າໃຈນັກກິລາ, ຫຼີ້ນກິລາດ້ວຍຄວາມລະມັດລະວັງ, ບໍ່ໃຊ້ອາລົມ ແລະ ປະຕິບັດຕາມໂມງເວລາໃຫ້ເຂັ້ມງວດ ເຮັດໃຫ້ການແຂ່ງຂັນກິລາໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້ ຈາກນັ້ນທ່ານ ໄດ້ກ່າວເປີດການແຂ່ງຂັນກິລາໃນຄັ້ງນີ້ຢ່າງເປັນທາງການ ໃນພິທີໃນພິທີຍັງໄຂັນກິລາບານເຕະຊາຍ ທີມອາວຸໂສ ລະຫວ່າງ ທີມອົງການພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ, ຂົງເຂດວັດທະນະທໍາສັງຄົມ ພົບກັບ ປກຊ-ປກສ, ຂົງເຂດເສດຖະກິດ ດ້ວຍບັນຍາຄຶກຄື້ນມວນຊວນ.
ຂ່າວ: ອຸ່ນຄໍາ ຂັນວາລິດ