ໜ່ວຍພັກວັດທະນາທໍາ ແລະ ການທ່ອງທ່ຽວ ແລະ ໜ່ວຍພັກຊາວໜຸ່ມ ຈັດກອງປະຊຸມດໍາເນີນຊີວິດການເມືອງ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນການປະຕິບັດວຽກງານ-ລັດຖະກອນ ປະຈໍປີ 2026.

ວັນທີ 23 ຕຸລາ 2026 ນີ້ ໜ່ວຍພັກວັດທະນະທໍາ ແລະ ການທ່ອງທຽວ ແລະ ໜ່ວຍພັກຊາວໜຸ່ມ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ດໍາເນີນຊີວິດການເມືອງ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນການປະຕິບັດວຽກງານ-ລັດຖະກອນ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ນາງ ແກ້ວອຸດອນ ພັນມະຫາລາດ, ກໍາມະການພັກເມືອງ, ເລຂາໜ່ວຍພັກ ແລະ ສະຫາຍ ນາງ ດອນແພງ ແສງພະວົງ, ເລຂາໜ່ວຍພັກ ເປັນກຽດເຂົ້າຮ່ວມໂດຍສະຫາຍ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ ແລະ ສະຫາຍ ບຸນມີ ອິນທະນິນ, ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ມີບັນດາສະຫາຍຄະນະຮັບຜິດຊອບຂອງເມືອງ, ເລຂາ-ຮອງເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນພັກເຂົ້າຮ່ວມ.

ກອງປະຊູມ ສະຫາຍ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ທັງສອງໜ່ວຍພັກ ແມ່ນຂຶ້ນກັບອົງຄະນະພັກເມືອງ ໜ່ວຍພັກວັດທະນະທໍາ ແລະ ການທ່ອງທຽວ ມີສະມາຊິກ 4 ສະຫາຍ, ຍິງ 3 ສະຫາຍ, ມີພະນັກງານ-ລັດຖະກອນທັງໝົດ 4 ທ່ານ, ຍິງ 3 ທ່ານ ແລະ ໜ່ວຍພັກຊາວໜຸ່ມ ມີສະຊິກພັກ 4 ສະຫາຍ, ຍິງ 2 ສະຫາຍ, ມີພະນັກງານ-ລັດຖະກອນທັງໝົດ 4 ທ່ານ, ຍິງ 2 ທ່ານ, ໃນໄລຍະທີ່ຜ່ານມາ ທັງສອງໜ່ວຍພັກໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງ, ສະມາຊິກພັກໄດ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັັດ, ມີຄວາມຮູ້ຄວາມສາມາດ ເຊິ່ງສະແດງອອກສະມາຊິກພັກແມ່ນມີຄວາມເປັນເອກະພາບສູງ, ມີຄວາມສາມັກຄີ ແລະ ມີຄວາມຕື່ນຕົວ ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ຈາກນັ້ນຄະນະພັກ, ສະມາຊິກພັກແຕ່ລະສະຫາຍໄດ້ຂຶ້ນຜ່ານບົດລໍາຫຼວດຂອງຕົນເອງ ແລະ ໄດ້ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ກອງປະຊຸມ ຮອງເລຂາໜ່ວຍພັກ ຍັງໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທິດທາງແຜນການ ເຊິ່ງຍົກໃຫ້ເຫັນໃນການຊີ້ນໍາ-ນໍາພາ ຂອງໜ່ວຍພັກໃນແຕ່ລະດ້ານເຊັ່ນ: ດ້ານການເມືອງ, ດ້ານແນວຄິດ, ດ້ານນໍາພາການຈັດຕັ້ງ, ດ້ານແບບແຜນການນໍາພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ.

ໂອກາດດ່ຽວກັນນີ້ ຄະນະພັກຂັ້ນເທິງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ  ແລະ ຍັງໃຫ້ຮູ້ວ່າ: ການດໍາເນີນຊີວິດການເມືອງ ແມ່ນເປັນການສະຫຼຸບວຽກງານໃນ 1 ປີທີ່ຜ່ານມາ ໃນການຊີ້ນໍາ-ນໍາພາຂອງຄະນະພັກ, ສະມາຊິກພັກທີ່ຈະຕ້ອງມີການຕິດຕາມ, ກວດກາ, ຕໍານິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພຶ່ອປັບປຸງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂ່ງ, ໜັກແໜ້ນ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກກໍ່ຄືບັນດາສະມາຊິກພັກທຸກສະຫາຍ ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປົກກະຕິ, ເປັນເຈົ້າການຮັກສາຄວາມສະມັກຄີ, ພ້ອມກັນເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກທີ່ໄດ້ກໍານົດອອກໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ເພື່ອເຮັດໃຫ້ໜ່ວຍພັກໄດ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ພາບ-ຂ່າວ: ອູ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa