17. ຂ່າວດີ: ເປີດຫ້ອງອ່ານ ຊ້າງລາວຮັກອ່ານ ສາຂາ 2 ຢ່າງເປັນທາງການ ທີ່ບ້ານຜາອຸດົມ ແຂວງບໍ່ແກ້ວ.

ພິທີເປີດຫ້ອງອ່ານ ຊ້າງລາວຮັກອ່ານ ສາຂາ 2 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ບ້ານຜາອຸດົມ ເມືອງຜາອຸດົມ ແຂວງບໍ່ແກ້ວ.ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສີສຸພັນ ອຸ່ນປະທຸມ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ບຸນໜຽວ ຈະເລີນຜົນ ຮອງຫົວໜ້າຫ້ອງການ ວັດທະນະທຳ ແລະການທ່ອງທ່ຽວເມືອງ, ທ່ານ ຄຳແກ້ວ ວົງສະຫວັນ ປະທານຫ້ອງອ່ານ ຊ້າງລາວຮັກອ່ານ, ມີຄະນະຮັບຜິດຊອບວຽກງານສຶກສາ, ຕາແສງ, ນາຍບ້ານ, ຄູ-ອາຈານຈາກຫຼາຍໂຮງຮຽນອ້ອມຂ້າງ ແລະນ້ອງໆນັກຮຽນໂຮງຮຽນປະຖົມສົມບູນຜາອຸດົມເຂົ້າຮ່ວມ. ໃນໂອກາດກ່າວເປີດພິທີ, ທ່ານ ຄຳແກ້ວ ວົງສະຫວັນ ໄດ້ກ່າວວ່າ: ຕົນເອງມີຄວາມເຊື່ອໝັ້ນວ່າ ການອ່ານແມ່ນຮາກຖານທີ່ສຳຄັນຂອງການສຶກສາ, ເປັນຫົນທາງແຫ່ງການເພີ່ມພູນຄວາມຮູ້ ຄວາມສາມາດ, ເປັນການເປີດໂລກກວ້າງ ແລະສ້າງປັນຍາໃຫ້ແກ່ຜູ້ຄົນ. ປຶ້ມ 1 ຫົວສາມາດມອບຄວາມຮູ້ ແລະປະສົບການອັນມີຄຸນຄ່າ ແລະອາດເປັນຈຸດເລີ່ມຕົ້ນຂອງຄວາມຝັນອັນຍິ່ງໃຫຍ່ໃຫ້ແກ່ເດັກຄົນໃດຄົນໜຶ່ງໄດ້. ທ່ານກ່າວຕື່ມວ່າ ຫ້ອງອ່ານ ຊ້າງລາວຮັກອ່ານ ບໍ່ແມ່ນພຽງແຕ່ສະຖານທີ່ສຳລັບອ່ານປຶ້ມເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ແຫ່ງຄວາມຫວັງ, ເປັນແຫຼ່ງບົ່ມເພາະປັນຍາ, ເປັນສະຖານທີ່ສ້າງແຮງບັນດານໃຈ, ເປັນໂອກາດໃຫ້ເດັກ, ເຍົາວະຊົນໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ ທາງດ້ານຄວາມຮູ້, ຄວາມຄິດສ້າງສັນ, ຄຸນນະທຳ ແລະທັກສະທີ່ຈຳເປັນຕໍ່ການດຳລົງຊີວິດ, ຫ້ອງອ່ານແຫ່ງນີ້ ຈະຊ່ວຍປູກຝັງຈິດສຳນຶກ ແລະນິດໄສຮັກການອ່ານໃຫ້ແກ່ເດັກ, ເຍົາວະຊົນ ເຮັດໃຫ້ປຶ້ມກາຍເປັນເພື່ອນທີ່ດີ, ເປັນຄູທີ່ໃຫ້ຄວາມຮູ້ ແລະເປັນຂົວເຊື່ອມໂຍງໄປສູ່ອານາຄົດທີ່ດີກວ່າ. ທ່ານ ຍັງໄດ້ຝາກຂໍ້ຄິດເຖິງນ້ອງໆ ເຍົາວະຊົນທຸກຄົນ ຈົ່ງພ້ອມກັນຝຶກຝົນຕົນເອງໃຫ້ຮັກການອ່ານ, ສະແຫວງຫາການຮຽນຮູ້ທີ່ຫຼາກຫຼາຍ, ໝັ່ນຄົ້ນຄວ້າຫາຄວາມຮູ້ໃໝ່ໆ. ຢູ່ສະເໝີ ແລະຢ່າຢຸດພັດທະນາຕົນເອງ ເພາະຄວາມສຳເລັດບໍ່ໄດ້ເກີດຂຶ້ນໃນມື້ດຽວ ແຕ່ເກີດຈາກຄວາມຕັ້ງໃຈ ແລະຄວາມຂະຫຍັນໝັ່ນພຽນຢ່າງສະໝໍ່າສະເໝີ. ທ່ານຫວັງວ່າ ນ້ອງໆ ເຍົາວະຊົນທຸກຄົນຈະເຕີບໃຫຍ່ເປັນພົນລະເມືອງທີ່ດີ, ມີຄວາມຮູ້, ມີຄຸນນະທຳ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ຊຸມຊົນ ແລະ ປະເທດຊາດ.

ໃນໂອກາດນີ້, ທ່ານ ຄຳແກ້ວ ວົງສະຫວັນ ປະທານຫ້ອງອ່ານ ຊ້າງລາວຮັກອ່ານໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງຜູ້ສະໜັບສະໜູນຫຼັກຂອງຫ້ອງອ່ານທັງສອງສາຂາ ຄື ທ່ານ ໂຮເກີ ໂທມາດສ ເມວຊາວ ຈາກປະເທດເຢຍລະມັນ ຜູ້ມີຈິດໃຈເອື້ອເຟື້ອເຜື່ອແຜ່ ຢາກປະກອບສ່ວນເຂົ້າໃນວຽກງານການສຶກສາ, ໂດຍສະເພາະແມ່ນຢາກເຫັນເດັກລາວໄດ້ຮັບໂອກາດທີ່ດີກວ່າ. ທ່ານໄດ້ລະດົມທຶນຈາກໝູ່ເພື່ອນ, ບໍລິສັດ, ຫ້າງຮ້ານ ແລະ ຜູ້ບໍລິຈາກສ່ວນບຸກຄົນຈາກປະເທດຂອງເພິ່ນ ເພື່ອເປັນທຶນໃນການບໍລິຫານ ແລະຈັດຊື້ອຸປະກອນທັງໝົດຂອງຫ້ອງອ່ານ ແລະທ່ານຫວັງຢ່າງຍິ່ງ ວ່າ ສູນການຮຽນຮູ້ແຫ່ງນີ້ ຈະໄດ້ຮັບການປົກປັກຮັກສາ ແລະນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ຫ້ອງອ່ານຊ້າງລາວຮັກອ່ານສາຂາ 1 ແມ່ນຕັ້ງຢູ່ຫ້ວຍຊາຍເໜືອ ບ້ານມຸງຄຸນສິນ, ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ. ສ້າງຕັ້ງຂຶ້ນໃນວັນທີ 01 ຕຸລາ 2017  ເບື່ອງຕົ້ນແມ່ນມີພຽງ 1 ຫຼັກສູດກິດຈະກຳ ກໍ່ຄື ການເປີດເປັນຫ້ອງອ່ານສໍາລັບນັກຮຽນ, ນັກສຶກສາ ເຂົ້າມາຊົມໃຊ້ພາຍໃນຫ້ອງອ່ານ, ຜ່ານໄປໄລຍະປະມານ 2 ປີ, ຈຶ່ງໄດ້ຂະຫຍາຍກິດຈະກໍາເປັນ 4 ຫຼັກສູດເພື່ອສົ່ງເສີມການອ່ານ ຄື ກິດຈະກໍາການອ່ານຢູ່ພາຍໃນຫ້ອງອ່ານ (ຟຣີ), ກິດຈະກຳການຢືມປຶ້ມໄປອ່ານຢູ່ບ້ານ ຕາມອັດທະຍາໄສ (ຟຣີ), ກິດຈະກຳ ອ່ານຢູ່ໂຮງຮຽນ (ຫ້ອງອ່ານເຄື່ອນທີ່) ແລະກິດຈະກຳອ່ານຕາມເຂດຊຸມຊົນ(ເຄື່ອນໄຫວລົດສາມລໍ້ ວັນເສົາ ແລະຊ່ວງພັກແລ້ງ).

ພາບ-ຂ່າວ: ຄະນະຮັບຜິດຊອບຫ້ອງອ່ານ ຊ້າງລາວຮັກອ່ານ. 25.10.2026.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa