
ໃນວັນທີ 15 ຕຸລາ 2026 ຜ່ານມານີ້, ຄູ-ອາຈານ ທົ່ວເຂດນໍ້າຍູ້ ຕາແສງນໍ້າຍູ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີບັນດາອໍານວຍການໂຮງຮຽນ-ຄູອາຈານ ພາຍໃນທົ່ວເຂດນໍ້າເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ການລົງມາມາຢ້ຽມຢາມ ແລະ ພົບປະໂອ້ລົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄູ ແລະ ນັກຮຽນສາມັນສຶກສາ ສະບັບເລກທີ 814/ສສກ ລົງວັນທີ 23 ກຸມພາ ປີ 2026 ປະກອບມີ 6 ໝວດ ແລະ 21 ມາດຕາ ແລະ ຍັງໃຫ້ຮູ້ວ່າ: ໃນໄລຍະທີ່ມາຄະນະພັກຄະນະນໍາໃນຂົງເຂດຫ້ອງການສຶກສາເມືອງເມິງ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພຶ່ອເຮັດໃຫ້ວຽກງານການສຶກສາພາຍໃນເມືອງໄດ້ຮັບການພັດທະນາ ແລະ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງສະແດງອອກໃນອັດຕາການເຂົ້າຮຽນຂອງນ້ອງນັກຮຽນແຕ່ລະໂຮງຮຽນເພີ່ມຂື້ນ ແລະ ອັດຕາການປະລະຂອງນ້ອງນັກຮຽນໄດ້ຫຼຸດລົງເທື່ອລະກ້າວ ພ້ອມທັງໄດ້ເໜັ້ນໜັກໃຫ້ຄູອາ-ຈານໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງແນວຄິດ ໃຫ້ຄູ-ອາຈານ ແຕ່ສະຫາຍໃຫ້ມີແນວຄິດອຸນອຽນທຸນທຽງ, ໃຫ້ມີໜັກແໜັ້ນເຂັ້ມແຂງ ແລະ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ ພ້ອມກັນຄົ້ນຄວ້າເຊື່ອມຊື່ມມະຕິ, ຄໍາສັ່ງຕ່າງໆຂອງພັກ-ຂອງລັດ ໃຫ້ເປັນປົກກະຕິ; ດ້ານວຽກງານວິຊາການເປັນຕົ້ນແມ່ນ: ສ້າງແຜນການສອນ, ການແຕ່ງບົດສອນ, ການຂຶ້ນຫ້ອງລົງ, ການຖ່າຍທອດຄວາມຮູ້ໃຫ້ແກ່ນ້ອງນັກຮຽນ, ການສ້າງຕໍາແໜ່ງວິຊາການຄູ; ດ້ານວຽກງານນອກຫຼັກສູດເປັນຕົ້ນແມ່ນ: ການຫຼີ້ນກິລາກາຍຍະກໍາ, ສິນລະປະວັນນະຄະດີ, ການເຮັດສວນຄົວ ແລະ ການປັບປຸງສະພາບແວດລ້ອມພາຍໃນໂຮງຮຽນ; ດ້ານວຽກງານການພົວພັນຊຸມຊົນ ໂດຍສະເພາະການຈັດກິດຈະກໍາຕ່າງໆ ລະຫວ່າງໂຮງຮຽນຕໍ່ໂຮງຣຽນ, ພົບປະແລກປ່ຽນບົດຮຽນກັບໂຮງຮຽນອື່ນໆ ເພຶ່ອຜູກແໜັ້ນຄວາມສາມັກຄີ ແລະ ຊອກຫາຄວາມຮູ້ໃໝ່ໆ ກັບໂຮງຮຽນອື່ນຕື່ມອີ່ກ.
ໃນໂອກາດທີ່ໄດ້ລົງມາພົບປະໂອ້ລົມພະນັກງານຄູ-ອາຈານທົ່ວເຂດນ້າຍູ້ໃນຄັ້ງນີ້ ໄດ້ນໍາເອົານໍ້າດື່ມ 5 ແພັກ ແລະ ໝີ່ຍໍາຍໍາ 3 ແກັດ ມາມອບໃຫ້ແກ່ໂຮງຮຽນ ມສ ນໍ້າຍູ້ ເພຶ່ອນໍາໄປມອບໃຫ້ນ້ອງນັກຮຽນຊົນເຜົ່າ ທີ່ເຢູ່ໂຮງຮຽນ ມສ ນໍ້າຍູ້ ຕື່ມອີ່ກ.
ຂ່າວ: ອຸ່ນຄໍາ ຂັນວາລິດ