

ວັນທີ 18 ຕຸລານີ້ ບ້ານພິບຸນທອງ ຕາແສງຫ້ວຍຊາຍ ສືບສານບຸນປະເພນີແຂ່ງຂັນຊ່ວງເຮືອ ຢູ່ສະຖານທີ່ອ່າງນໍ້າຄົກ ບ້ານພິບຸນທອງ, ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫສຍງານພັກເມືອງ, ມີບັນດາຄະນະນຳຂອງແຂວງ-ເມືອງ, ຄະນະກໍາມະການຄະນະປົກຄອງຕາແສງ, ຄະນະພັກອຳນາດການປົກຄອງບ້ານ, ພ້ອມດ້ວຍແຂກຖຶກເຊີນ ທີມນັກສີພາຍເຮືອຊ່ວງ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ແສງຫວາດ ມະໂນຂຸນ ປະທານຄະນະກໍາມະການປົກຄອງຕາແສງຫ້ວຍຊາຍ, ໄດ້ກ່າວຈຸດປະສົງຂອງການຈັດງານຄັ້ງນີ້ວ່າ, ເພື່ອເປັນການສືບສານອະນຸລັກຮັກສາຮີດຄອງປະເພນີອັ່ນດີງາມຂອງຊາດລາວ, ກໍ່ຄືການແຂ່ງຂັນເຮືອຊ່ວງເນື່ອງໃນໂອກາດບຸນອອກພັນສາປະວໍລະນາ, ເປັນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າພາຍໃນກຸ່ມໃຫ້ແໜ້ນແຟ້ນ, ທັງເປັນການຟື້ນຟູ ແລະ ສົ່ງເສີມກິລາປະເພນີເຮືອຊ່ວງຢູ່ຂັ້ນຮາກຖານໃຫ້ນັບມື້ມີຄວາມເຂັ້ມແຂງ, ການແຂ່ງຂັນເຮືອຊ່ວງປີນີ້ເຊີ່ງມີຫຼາຍພາກສ່ວນສົ່ງທີມເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງຂັນ, ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 22 ທີມ, ໄດ້ແບ່ງອອກເປັນ 4 ສາຍ, ຜ່ານການແຂ່ງຂັນທີມເຮືອຊ່ວງທີສາມາດຍາດໄດ້ລາງ ອັນດັບ 1 ໄດ້ແກ່ທີມເຮືອຊ່ວງ ອູ່ສ້ອມແປງລົດ ສົມພົງຈະເລີນຍົນ ໄດ້ຮັບຂັນ 1 ໜ່ວຍ, ພ້ອມເງີນສົດ 7 ລ້ານກີບ, ໃຫ້ກຽດມອບຂອງ ທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫສຍງານພັກເມືອງ, ທີມເຮືອຊ່ວງທີ່ສາມາດຍາດໄດ້ລາງ ອັນດັບ 2 ໄດ້ແກ່ເຮືອຊ່ວງບ້ານຕີນທາດ ໄດ້ຮັບຂັນ 1 ໜ່ວຍ, ພ້ອມເງີນສົດ 5 ລ້ານກີບ, ມອບໂດຍທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ທີມເຮືອຊ່ວງທີ່ສາມາດຍາດໄດ້ລາງ ອັນດັບ 3 ໄດ້ແກ່ເຮືອຊ່ວງ ສາມອ້າຍນ້ອງ, ໄດ້ຮັບຂັນ 1 ໜ່ວຍ, ພ້ອມເງີນສົດ 3 ລ້ານກີບ, ມອບໂດຍ ຄໍາຜາຍ ວົງປະເສີດ ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ລາງວັນຊົມເຊີຍ ມອບໂດຍ ທ່ານ ທິບພະກອນ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງເມືອ ແລະ ທ່ານ ແສງຫວາດມະໂນຂຸນ ປະທານຄະນະກໍາມະການປົກຄອງຕາອສງຫ້ວຍຊາຍ ຕາມລໍາດັບ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ທັ້ງນີ້ກໍ່ເປັນການສືບສານຮີດຄອງປະເພນີອັ່ນດີງາມທີ່ເຄີຍຈັດຕັ້ງປະຕິບັດກັນມາໃຫ້ຄົງຢູ່ກັບຄົນລາວກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າກຸ່ມບ້ານພິບຸນທອງຕະຫຼອດໄປ,
ພາບ,ຂ່າວ: ບຸນຈັນ ບຸນປັນຍາ.