
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດຕັ້ງເຊື່ອມຊື່ມເອກະສານສຳຄັນ ກ່ອນການດຳເນີນຊີວິດພັກການເມືອງ ຕີລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ຕີລາຄາປະເມີນຜົນການປະຕິບັດວຽກງານພະນັກງານລັດຖະກອນ ຕິດພັນກັບການຄັດເລືອກຜົນງານຂອງບຸກຄົນ ແລະ ກົມກອງລວມໝູ່ ຂອງໜ່ວຍພັກ ປະຈຳປີ 2026 ໃຫ້ກັບພະນັກງານສະມາຊິກພັກ, ພະນັກງານລັດຖະກອນອ້ອມຂ້າງເມືອງ, ກອງປະຊຸມໄດ້ຈັດຂື້ນ ໃນວັນທີ 16 ຕຸລາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເເປັນປະທານຂອງສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງຜາອຸດົມ, ມີຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານສະມາຊິກພັກ, ພະນັກງານລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມ.
ກອງປະຊຸມ ແມ່ນໄດ້ຮັບຟັງ ບົດແນະນໍາຂອງຄະນະກວດກາພັກແຂວງບໍ່ແກ້ວ ເລກທີ 155/ຄກພຂ.ບກ, ລົງວັນທີ 24 ກັນຍາ 2026, ຄໍາແນະແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ, ລົງວັນທີ 24 ກຸມພາ 2026, ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ເລກທີ 79/ສພຊ, ລົງວັນທີ 20 ມີນາ 2025 ( ພາກທີ I ມາດຕາ 1 – ມາດຕາ 6; ພາກທີ II ໝວດທີ 3 ມາດຕາ 16 – 17, ໝວດທີ 4 ມາດຕາ 18, 19 ແລະ 21, ໝວດທີ 6 ມາດຕາ 27-31; ພາກທີ III ໝວດທີ 1 ມາດຕາ 52, ໝວດທີ 4 ມາດຕາ 60-64, ໝວດທີ 5 ມາດຕາ 65-72; ພາກທີ IV ໝວດທີ 1 ມາດຕາ 73-76; ພາກທີ V ມາດຕາ 83-85; ພາກທີ IX ມາດຕາ 98-99, ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໝວດທີ I ມາດຕາ 4-6 ແລະ 8; ໝວດທີ VI ມາດຕາ 33 ແລະ ໝວດທີ XI ມາດຕາ 49 ແລະ 51; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026, ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງ, ຄໍາແນະນໍາຂອງຄະນະປະຈຳພັກແຂວງບໍ່ແກ້ວ ສະບັບເລກທີ 655/ບກ, ລົງວັນທີ 2 ກັນຍາ 2026 ວ່າດ້ວຍການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນ ປະຕິວັດລາວ.
ທັງນີ້ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງທາງດ້ານທັດສະນະ ແລະ ວິທີການຕີລາຄາການຈັດຕັ້ງພັກ, ສະມາຊິກພັກທີ່ຖືເອົາຄຸນນະພາບເປັນກົກ, ເອົາສະພາບການຕົວຈິງ, ຜົນສໍາເລັດຕົວຈິງ ເປັນໄມ້ຫຼາວັດແທກ ຕາມມາດຕະຖານທີ່ກຳນົດໄວ້ ໃນຄໍາແນະນໍາສະບັບດັ່ງກ່າວ, ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດໍາເນີນໄປຢ່າງຖືກຕ້ອງເປັນເອກະພາບໃນທົ່ວພັກ ຮັບປະກັນໃຫ້ມີການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຈາກຄະນະພັກແຕ່ລະຂັ້ນ, ມີຄະນະຮັບຜິດຊອບ, ມີກົນໄກປະສານງານລະອຽດ ລະຫວ່າງ ຄະນະພັກຂັ້ນເທິງ, ຄະນະຮັບຜິດຊອບ ແລະ ບັນດາການຈັດຕັ້ງຮາກຖານພັກ; ກໍານົດບັນດາເນື້ອໃນ, ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອໃຫ້ບັນດາໜ່ວຍພັກກຳແໜ້ນ, ຮູ້ນໍາພາສ້າງແຜນການ, ຈັດຕັ້ງປະຕິບັດແຜນການ, ສະຫຼຸບຕີລາຄາ ແລະ ຮັບປະກັນໃນການຕີລາຄາ ແບ່ງປະເພດຂອງສະມາຊິກພັກ, ໜ່ວຍພັກ ຖືກຕ້ອງກັບຄວາມເປັນຈິງ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.