ເມືອງຫ້ວຍຊາຍ ປາຖະກະຖາລະນຶກວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ.

ໃນທ້າຍອາທິດຜ່ານມານີ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປາຖະກະຖາລະນຶກວັນປະກາດເອກະລາດ ຄົບຮອບ 81 ປີ ,ວັນທີ 12 ຕຸລາ 1945 – 12 ຕຸລາ 2026 ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ 12 ຕຸລາ 1945-12 ຕຸລາ 2026  ໂດຍການເປັນປະທານຂອງ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ – ຕໍາຫຼວດ, ຄະນະກໍາມະການປົກຄອງຕາແສງ, ພະນັກງານ-ລັດຖະກອນອ້າງຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 81 ປີ ແມ່ນວັນທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງຊາດລາວເຮົາ, ທີເປັນວັນປະກາດເອກະລາດແຫ່ງຊາດລາວ ຕໍ່ຊາວໂລກໄດ້ຮັບຮູ້ຜືນແຜ່ນດິນແຫ່ງນີ້, ແມ່ນຄົນລາວເປັນເຈົ້າຂອງປະເທດຊາດ, ອຳນາດອະທິປະໄຕ ແລະ ຜືນແຜນດິນອັ່ນຄົບຖ້ວນ, 12 ຕຸລາ ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ພິລະອາດຫານ ດ້ວຍຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ແລະ ການເສຍສະຫຼະອັນໃຫ່ຍຫຼວງຂອງກອງທັບປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການຊີ້ນຳໆພາຂອງພັກປະຊາຊົນປະຕິວັດລາວ, ຊາດລາວກໍ່ເປັນຊາດໜຶ່ງທີ່ມີອຳນາດອະທິປະໄຕ, ມີເຂດນໍ້າແດນດິນເປັນຂອງຕົນເອງ, ຊາດລາວ, ຄົນລາວກໍ່ເປັນຊາດໜື່ງທີ່ມີກຽດສັກສີຄືກັບຊາດອື່ນ ແລະ ອິດສະລະພາບທາງດ້ານການເມືອງ, ຍ້ອນແນວນັ້ນພັກ ແລະ ລັດຖະບານ ຈຶ່ງໄດ້ຖືເອົາວັນປະກາດເອກະລາດ 12 ຕຸລາ ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມພິລະອາດຫານໃນການຕໍ່ສູ້ “ ຍອມຕາຍດີກ່ວາເປັນຂ້ອຍຂ້າ, ຕາຍເພື່ອຄວາມເປັນເອກະລາດດີກ່ວາຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ ນໍ້າໃຈ ວັນທີ 12 ຕຸລາ ຈິ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ, ພາຍໃຕ້ການນໍາພາຂອງພັກສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ຈາກນັ້ນ ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ເລົ່າຫວນຄືນມູນເຊື້ອວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ, ເຊິ່ງໄດ້ໃຫ້ຮູ້ເຖິງຂະບວນການກໍ່ຕັ້ງ ແລະ ພັດທະນາວຽກງານການທູດ ຕະຫຼອດຮອດບົດບາດໃນການປົກປັກຮັກສາຜົນປະໂຫຍດຂອງຊາດ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບປະເທດເພື່ອນມິດ ແລະ ປະຊາຄົມສາກົນ. ພ້ອມທັງເນັ້ນການຢຶດໝັ້ນແນວທາງການຕ່າງປະເທດທີ່ສັນຕິພາບ, ເອກະລາດ, ມິດຕະພາບ ກໍ່ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ ຕະຫລອດໄລຍະທີ່ຜ່ານມາ, ທັງນີ້ກໍ່ເພື່ອເຜີຍແຜ່ເຊື່ອຊືມ ໃຫ້ພະນັກງານລັດຖະກອນພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອການຕໍ່ສູ້ກູ້ຊາດ ແລະ ວຽກງານການທູດຂອງລາວ, ພ້ອມທັງປຸກລະດົມຈິດສໍານຶກໃຫ້ຄົນຮຸ້ນໃໝ່, ຄວາມຮັບຜິດຊອບ ແລະ ຄວາມຕັ້ງໃຈໃນການປະຕິບັດໜ້າທີ່ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕໍ່ໄປ, ເພື່ອສະແດງຄວາມຮູ້ຄຸນຕໍ່ຜູ້ນໍານັກຮົບປະຕິວັດ, ວິລະຊົນ ທີ່ໄດ້ເສຍສະຫຼະເລືອດເນື້ອເພຶ່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ ເພື່ອພ້ອມກັນຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍມູນເຊື້ອອັນດີງາມ ໄວ້ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa