ສໍາເລັດການລົງເຜີຍແຜ່ລະບຽບກົດໝາຍ ແລະ ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ ໃຫ້ແກ່ກຸ່ມນັກຮຽນ.

ໃນລະຫວ່າງວັນທີ 14-16 ຕຸລາ 2026 ນີ້, ພະນັກງານຂະແໜງຂົນສົ່ງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ສົມທົບກັບພະແນກຈະລາຈອນ ປກສ ແຂວງບໍ່ແກ້ວ ລົງເຄື່ອນໄຫວໂຄສະນາເຜີຍແຜ່ເນື້ອໃນເອກະສານສຳຄັນ ເພື່ອປູກຈິດສໍານຶກໃຫ້ນັກຂັບຂີ່ລົດທຸກຄົນໃນຊ່ວງບຸນອອກພັນສາ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພຕາມເສັ້ນທາງຫຼວງ ໃຫ້ແກ່ນ້ອງໆນັກຮຽນ ໂຮງຮຽນ ມສ ຊົນເຜົ່າແຂວງ ແລະ ໂຮງຮຽນສູນດຼີມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.ໃນການເຄື່ອນໄຫວຄັ້ງນິ້ ນໍາພາໂດຍ ທ່ານ ລີດສໍາພັນ ວົງນາທີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ ແຂວງ, ພ້ອມດ້ວຍຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດ 1,127 ຄົນ, ຍິງ 453 ຄົນ.

ທ່ານ ລີດສໍາພັນ ວົງນາທີ ໄດ້ມີຄຳເຫັນວ່າ: ການລົງເຄື່ອນໄຫວໂຄສະນາເຜີຍແຜ່ເອກະສານ ເພື່ອເປັນການປູກຈິດສໍານຶກໃຫ້ນັກຂັບຂີ່ລົດທຸກຄົນໃນຊ່ວງບຸນອອກພັນສາ ຊ່ວງເຮືອປີນິ້ໃຫ້ຫຼາຍກວ່າເກົ່າ ໃນການຍົກລະດັບຄວາມຮູ້,ຄວາມສາມາດ ແລະ ເຕັກນິກການຂັບຂີ່ຢ່າງປອດໄພໃຫ້ແກ່ນ້ອງໆນັກຮຽນ ເຊິ່ງເປັນກຸ່ມຜູ້ໃຊ້ລົດໃຊ້ຖະໜົນ; ທັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນດໍາເນີນງານດ້ານຄວາມປອດໄພທາງຫຼວງ ແນໃສ່ຫຼຸດຜ່ອນ ແລະ ສະກັດກັ້ນອຸປະຕິເຫດຕາມເສັ້ນທາງ ໂດຍສະເພາະກ່ອນຈະຮອດບຸນອອກພັນສາ ແລະ ງານແຂ່ງຂັນເຮືອຊ່ວງ ໃຫ້ຫຼຸດລົງເທື່ອລະກ້າວ.”

ປັດຈຸບັນ, ຈາກສະຖິຕິເຫັນວ່າອັດຕາການເກີດອຸປະຕິເຫດກວມເອົາ 80% ແມ່ນກຸ່ມຊາວໜຸ່ມ-ໄວໜຸ່ມ ເຊິ່ງເປັນກຳລັງແຮງງານຂອງຊາດ, ຍອດເສຍຊີວິດທົ່ວປະເທດຍັງສູງເຖິງ 1,000 ຄົນຕໍ່ປີ ສະເພາະຢູ່ ແຂວງບໍ່ແກ້ວ ໃນປີ 2025 ຜ່ານມາ ໄດ້ເກີດອຸປະຕິເຫດທັງໝົດ 142 ຄັ້ງ, ມີຜູ້ບາດເຈັບ ແລະ ເສຍຊີວິດ ໃນນິ້ມີຜູ້ໄດ້ບາດເຈັບເລັກນ້ອຍ: 46 ຄົນ,ຍິງ 16 ຄົນ,ບາດເຈັບສົມຄວນ: 65 ຄົນ ,ຍິງ 16 ຄົນ, ບາດເຈັບສາຫັດ: 44 ຄົນ, ຍິງ 14 ຄົນ,ເສຍຊີວິດ: 31 ຄົນ (ຍິງ 7 ຄົນ)ມີພາຫະນະເສຍຫາຍ: ເປ່ເພເລັກນ້ອຍ: 70 ຄັນ,ເປ່ເພສົມຄວນ: 155 ຄັນ ແລະ ໃຊ້ການບໍ່ໄດ້ ເປ່ເພໜັກມີ 16 ຄັນ

ມູນຄ່າຄວາມເສຍຫາຍລວມ: ສູງເຖິງ 10,604,000,000 ກີບ.

ຈາກນັ້ນ, ຄະນະຮັບຜິດຊອບໄດ້ນຳສະເໜີຄວາມຮູ້ພື້ນຖານ ກ່ຽວກັບການນໍາໃຊ້ລົດ ແລະ ຖະໜົນຢ່າງປອດໄພ, ກົດໝາຍຈະລາຈອນທາງບົກ ໂດຍຊີ້ໃຫ້ເຫັນ 3 ສາເຫດຕົ້ນຕໍ ຂອງການເກີດອຸປະຕິເຫດ ຄື: ຜູ້ຂັບຂີ່ປະໝາດ ແລະ ບໍ່ປະຕິບັດລະບຽບຈະລາຈອນ.ສະພາບພາຫະນະເພີ່ມຂຶ້ນ ຫຼື ມີການດັດແປງສະພາບເຕັກນິກລົດບໍ່ໄດ້ມາດຕະຖານ.ສະພາບເສັ້ນທາງ ເປັນທາງຄ້ອຍຊັນ, ທາງໂຄ້ງ ແລະ ເປ່ເພ.ເພື່ອປ້ອງກັນ ແລະ ຫຼຸດຜ່ອນບັນຫາດັ່ງກ່າວ, ລັດຖະບານ ແລະ ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ໄດ້ວາງແຜນຍຸດທະສາດ ປີ 2021-2030 ໂດຍອີງໃສ່ 5 ເສົ້າຄໍ້າຫຼັກ ດັ່ງນິ້:ຈະສືບຕໍ່ປັບປຸງເສັ້ນທາງໃຫ້ປອດໄພ,ພາຫະນະໄດ້ມາດຕະຖານເຕັກນິກ,ຜູ້ໃຊ້ລົດໃຊ້ຖະໜົນມີຄວາມປອດໄພ,ການຄຸ້ມຄອງຄວາມປອດໄພທາງຫຼວງ ພ້ອມນິ້, ຍັງໄດ້ເນັ້ນໜັກໃຫ້ນັກຂັບຂີ່ຮຽນຮູ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົກ, ປ້າຍສັນຍານຕ່າງໆ, ຮັກສາສິ່ງແວດລ້ອມ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີວິໄນ, ມີຄຸນສົມບັດດີ, ເປັນພົນລະເມືອງດີຂອງຊາດ, ມີສິນທຳປະຈຳໃຈ, ຮູ້ຈັກຜ່ອນຜັນ ແລະ ໃຫ້ອະໄພເຊິ່ງກັນແລະກັນໃນເວລາສັນຈອນ. ຜູ້ຂັບຂີ່ລົດຈັກຕ້ອງ ໃສ່ໝວກກັນກະທົບທຸກຄັ້ງ ເພື່ອຄວາມປອດໄພ 100%.ນອກຈາກການນໍາສະເໜີເອກະສານແລ້ວ, ຍັງໄດ້ຈັດກິດຈະກຳທົດສອບຄວາມຮູ້ໃນຮູບແບບການຖາມ-ຕອບ ແລະ ມອບຂອງລາງວັນໃຫ້ແກ່ນ້ອງໆນັກຮຽນທີ່ມີຄວາມກ້າຫານຂຶ້ນມາສະແດງອອກຕອບຄຳຖາມ ຕາມຄວາມເຂົ້າໃຈ ເຊິ່ງສ້າງບັນຍາກາດໃຫ້ເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ.

ໃນໂອກາດນິ້., ທ່ານ ລີດສໍາພັນ ວົງນາທີ ໄດ້ມີຄໍາເຫັນຮຽກຮ້ອງໃຫ້ນັກຮຽນທຸກຄົນຈົ່ງພ້ອມກັນປະຕິບັດລະບຽບຈະລາຈອນຢ່າງເຂັ້ມງວດ ເຊັ່ນ:ໃສ່ໝວກກັນກະທົບທຸກຄັ້ງທີ່ຂັບຂີ່ລົດຈັກ, ມີສະຕິ, ບໍ່ດັດແປງສະພາບເຕັກນິກລົດ ແລະ ບໍ່ຂັບຂີ່ລົດແຂ່ງກັນຕາມເສັ້ນທາງ ເພື່ອຄວາມປອດໄພຂອງຕົນເອງ ແລະ ສັງຄົມ ພາຍໃຕ້ຄຳຂວັນທີ່ວ່າ:“ຖະໜົນເພື່ອຊີວິດ = ຂັບຂີ່ລົດຊ້າ, ຊີວິດຍືນຍາວ”ດ້ວຍຄວາມເປັນຫວ່ງເປັນໄຍຈາກ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ.

ຂ່າວໂດຍ: ເງິນຫຼົງ ຈິດພູວົງ

ຂໍ້ມູນ-ພາບ: ຄໍາໄພ ສີຫາລາດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa