




ໃນລະຫວ່າງວັນທີ 16-17 ກັນຍາ 2026 ຜ່ານມານີ້, ຢູ່ທີ່ບ້ານປຸງຫີນ+ນາງງາມ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ເຊັນສັນຍາ ວ່າດ້ວຍການຄຸ້ມຄອງປ່າໄມ້ບ້ານ ລະຫວ່າງ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ແລະ ອົງການປົກຄອງບ້ານ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ສີວິໄລ ສີຫາລາດ ຄະນະປະຈຳພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ທ່ານ ພັດ ນາເຂດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສີກໍາ ແລະ ສິງແວດລ້ອມເມືອງ, ມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງ, ຄະນະກຳມະການປົກຄອງຕາແສງນໍ້າເມິງ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ແລະ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຄະນະຮັບຜິດຊອບໄດ້ຂຶ້ນລາຍງານທົບທວນຄືນ ບັນດາກິດຈະກຳ ຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ຂອງບັນດາໜ້າວຽກແຕ່ລະກິດຈະກຳຕ່າງໆ, ພ້ອມທັງສະເໜີຜ່ານຮ່າງສັນຍາ ວ່າດ້ວຍການການຄຸ້ມຄອງປ່າໄມ້ບ້ານ ເພື່ອເປັນການກຳນົດມາດຕະການ, ແນວທາງ, ກົນໄກການປະສານງານ, ສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປັກຮັກສາ, ການຄຸ້ມຄອງ,ແລະ ການຟື້ນຟູປ່າໄມ້ ຂອງບ້ານແບບຍືນຍົງເຊັ່ນ: ປ່າສະຫງວນ, ປ່າປ້ອງກັນ, ປ່າຊົມໃຊ້ ແລະ ອື່ນໆ ທີ່ຢູ່ພາຍໃນຂອບເຂດຂອງບ້ານ ເພື່ອຊຸກຍູ້, ສົ່ງເສີມໃຫ້ຊາວບ້ານ ມີການນໍາໃຊ້ຊັບພະຍາກອນປ່າໄມ້, ທີ່ດິນ ຢ່າງມີປະສິດທິພາບ ແລະ ໃຫ້ມີຄວາມຍືນຍົງ. ໃນພິທີຍັງໄດ້ມີການເຊັນສັນຍາ, ບົດບັນທຶກ ລະຫວ່າງ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ກັບອົງການປົກຄອງບ້ານປຸງຫີນ+ນາງາມຕື່ມອີ່ກ.
ໂອກາດທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ຄະນະປະທານພິທີໄດ້ມີຄຳເຫັນເໜັ້ນໜັກ ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ຈົ່ງເປັນເຈົ້າການໃນການປົກປັກຮັກສາປ່າໄມ້ ຂອງບ້ານ ເພາະວ່າປ່າໄມ້ ແມ່ນວົງຄະນະຍາດແຫ່ງຊາດ, ເປັນແຫຼ່ງຊັບພະຍາກອນທຳມະຊາດ, ເປັນແຫຼ່ງຢາພື້ນເມືອງ, ເປັນແຫຼ່ງອາຫານທາງທຳມະຊາດໃຫ້ແກ່ຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດ ທີ່ດຳລົງຊີວິດຢູ່ໃນລະບົບນິເວດວິທະຍາ ແລະ ຢູ່ໃນບົນໂລກນີ້. ຈົ່ງຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງຕະຫຼອດໄປ ເພື່ອໃນອານາຄົດໄວ້ໃຫ້ລູກຫຼານຂອງພວກເຮົາ ໄດ້ນຳໃຊ້ໃຫ້ເປັນປະໂຫຍດຈາກຊັບພະຍາກອນປ່າໄມ້ ໃນການດໍາລົງຊີວິດ ແລະ ຍັງຊ່ວຍຫຼຸດຜ່ອນຄວາມຮ້ອນ ຂອງໂລກໄດ້ອີ່ກ.
ຂ່າວ: ອຸ່ນຄໍາ ຂັນວາລິດ