ກໍາມະບານຮາກຖານໂຮງຮຽນປະຖົມນໍ້າເມິງ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026.

ວັນທີ 21 ກັນຍາ 2026 ຜ່ານມານີ້, ກໍາມະບານຮາກຖານໂຮງຮຽນປະຖົມນໍ້າເມິງ ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ນາງ ສາຍສະໝອນ ອິນທະວົງ ປະທານກໍາມະບານຮາກຖານໂຮງຮຽນປະຖົມນໍ້າເມິງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ແອ່ນຄໍາ ພົມມະທັດ ຮອງປະທານສະຫະພັນກໍາມະບານເມືອງ ແລະ ສະຫາຍ ນາງ ຈັນທະລາ ສຸລິຍະສັກ ເລຂາໜ່ວຍພັກ ມີບັນດາສະຫາຍປະທານ-ຮອງປະທານ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ສະຫາຍ ນາງ ສາຍສະໝອນ ອິນທະວົງ ປະທານກໍາມະມະບານຮາກຖານ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ເຊິ່ງໃຫ້ຮູ້ວ່າ: ກໍາມະບານຮາກຖານໂຮງຮຽນປະຖົມນໍ້າເມິງ ເປັນຮາກຖານໜຶ່ງທີ່ຂຶ້ນກັບການຊີ້ນໍາ-ນໍາພາຂອງໜ່ວຍພັກ, ກໍາມະບານຮາກຖານໂຮງຮຽນປະຖົມນໍ້າເມິງ ປະກອບມີສະມາຊິກກໍາມະບານທັງໝົດ 18 ສະຫາຍ, ຍິງ 14 ສະຫາຍ, ຕະຫຼອດໄລຍະຜ່ານມາຄະນະປະທານກຳມະບານຮາກຖານພວກເຮົາແມ່ນ ໄດ້ຖືເອົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດເປັນບັນຫາຕົ້ນຕໍ, ໂດຍຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດດ້ານວິຊາສະເພາະ, ທິດສະດີການເມືອງ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຊຸກຍູ້ສົ່ງເສີ່ມສະມາຊິກພາຍໃນຮາກຖານໃຫ້ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປັບປຸງແບບແຜນວິທີການເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຂັ້ນລຸ່ມປະຕິບັດຕາມຂັ້ນເທິງເຊິງສະແດງອອກໃນດ້ານວິຊາສະເພາະ ໃນກອງປະຊຸມສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງ ເພື່ອໃຫ້ໜູ່ຄະນະໄດ້ປະກອບຄຳຄິດຄຳເຫັນຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວທີ່ໄດ້ວາງອອກ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ແອ່ນຄໍາ ພົມມະທັດ ຮອງປະທານສະຫະພັນກໍາມະບານເມືອງສະຫາຍໄດ້ເໜັ້ນໜັກ ແລະ ຮຽກຮ້ອງມາຍັງປະທານ, ຮອງປະທານ ຕະຫຼອດຮອດສະມາຊິກກໍາມະບານທຸກສະຫາຍໃຫ້ສຶບຕໍ່ຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະສະຫາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ, ໃຫ້ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສຶບຕໍ່ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານພາຍໃນຮາກຖານຂອງຕົນໃຫ້ເປັນປົກກະຕິຕໍ່ເນືອງ, ສຶບຕໍ່ສ້າງເສດຖະກິດຄອບຄົວຂອງຕົນເອງໃຫ້ຮັງມີເຂັ້ມແຂງ ແລະ ພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa