
ຕອນເຊົ້າວັນທີ 23 ຕຸລາ 2026 ນີ້ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການ ຍຸຕິທໍາເມືອງ ພ້ອມດ້ວຍທີມງານລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ໂຮງຮຽນ ມ ສ ຜາອົມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.
ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການ ຍຸຕິທໍາເມືອງ ແລະ ທ່ານ ສົມຊາຍ ອິນທະວົງ ອໍານວຍການໂຮງຮຽນ ມສ ຜາອດົມ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮວ່ມທັງໝົດ 177 ຄົນ, ຍິງ 89 ຄົນ.
ການເຄື່ອນໄຫວໃນຄັ້ງນີ້ໄດ້ນໍາເອົາ ລັດຖະທໍາມະນູນ, ກົດໝາຍ ວ່າດ້ວຍ ຢາເສບຕິິດ, ກົດໝາຍ ວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກລົງໄປເຜີຍແຜ່ເພື່ອໃຫ້ ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້ , ເຂົ້າໃຈ ແລະ ມີຄວາມຮູ້ດ້ານ ກົດໝາຍໃຫ້ຫຼາຍຂື້ນ ອັນເປັນການປະກອບສ່ວນດ້ານຄວາມຮູ້ອັນຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ, ຊັດເຈນ ແລະ ເພື່ອເປັນບ່ອນອິງໃນການນໍາເອົາຄວາມຮູ້ດັ່ງກ່າວເຂົ້າໃນຕຳລາສິດສອນຂອງ ຄູ-ອາຈານຕິດພັນກັບການດໍາລົງຊີວິດປະຈໍາວັນ, ຫຼີກລ້ຽງການດໍາລົງຊີວິດທີຂັດກັບລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຕ່າງໆ ທີ່ພັກ-ລັດ ໄດ້ວາງອອກໃນແຕ່ລະໄລ່ຍະເປັນການປຸກຈິດສຳນຶກໃຫ້ແກ່ຄົນຮຸ່ນໃໝ່ ແລະ ເປັນແບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ, ເພື່ອສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.
ນອກນັ້ນ ທີມງານກໍ່ໄດ້ຍົກບັນຫາຂື້ນເພື່ອແລກປ່ຽນກັບ ຄູ-ອາຈານ ແລະ ການ ຖາມ-ຕອບ ນ້ອງນັກຮຽນ ເປັນການສົນທະນາແລກປ່ຽນບົດຮຽນ ກັບທີມງານຂອງຫ້ອງການ ຍຸຕິທຳ ທີ່ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ຄັ້ງນີ້ ໄດ້ອະທິບາຍ, ຊີ້ແຈງ ແລະ ໃຫ້ຄໍາເຫັນທາງດ້ານກົດໝາຍໃຫ້ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າໃຈຕໍ່ກົດໝາຍຢ່າງເລີກເຊີງ. ຊຶ່ງໄດ້ສະແດງອອກ ໃນການຕອບຄຳຖາມຂອງນ້ອງນັກຮຽນຢ່າງຝົດຟື້ນ.
ຕອນທ້າຍ ທ່ານ ວາຢູ ທໍ່ ຮອງຫົວໜ້າຫ້ອງການ ຍຸຕິທໍາເມືອງ ໄດ້ມອບຂອງຂັວນລາງວັນໃຫ້ແກ່ນ້ອງນັກຮຽນທີມີສ່ວນຮ່ວມໃນການ ຖາມ-ຕອບ ຄວາມຮູ້ທາງດ້ານກົດໝາຍໃນຄັ້ງນີ້ດ້ວຍ.
ພາບ-ຂາວ: ສີວິໄລ ສຸກມີໄຊ