
ວັນທີ 22 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນປະຫວັດສາດສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງສາກົນ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ – ຄະນະບັນຊາ 7 ຫ້ອງ,ພະແນກການ,ມີກອງຮ້ອຍ 14, ກອງຮ້ອຍ 310, ກອງຮ້ອຍ 231 ແລະ ໂຮງໝໍທະຫານແຂວງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ເອກະສານທີ່ນໍາມາປາຖະກະຖາໃນຄັ້ງນີ້ ປະກອບມີ 3 ເອກະສານຄື: ວັນປະກາດເອກະລາດແຫ່ງຊາດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ວັນກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 77 ປີ (30 ຕຸລາ 1949-30 ຕຸລາ 2026).
ການປະຖະກະຖາໃນຄັ້ງນີ້ ແມ່ນເພື່ອທົບທວນຫວນຄືນມູນເຊື້ອປະຫວັດສາດຂອງຊາດລາວ ໃຫ້ພະນັກງານຫຼັກແຫຼ່ງເຂົ້າໃຈແຈ້ງກ່ຽວກັບຄວາມໝາຍຄວາມສຳຄັນຂອງການປະຕິວັດ ແລະ ມູນເຊື້ອປະຫວັດສາດຄວາມເປັນມາ, ເປັນການໂຄສະນາສຶກສາອົບຮົບໃຫ້ພະນັກງານ-ນັກຮົບເຂົ້າໃຈເລິກເຊິ່ງ ມູນເຊື້ອຮັກຊາດນໍ້າໃຈພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ຮັບຮູ້ເຂົ້າໃຈຕໍ່ແນວທາງການຕ່າງປະເທດ ຂອງພັກແຕ່ລະໄລຍະຢ່າງເລິກເຊິ່ງ ພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຮັກຊາດ ນໍ້າໃຈພິລະອາດຫານບໍ່ຍ້ອມຈໍານົນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ, ຄວາມສາມັກຄີປອງດອງກັບບັນດາປະເທດ ໂດຍສະເພາະເພື່ອນມິດຍຸດທະສາດ ແລະ ເພື່ອສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ນໍາ, ບັນດານັກຮົບປະຕິວັດ, ວິລະຊົນ ແລະ ຜູ້ທີ່ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດ ແລະ ປະຊາຊົນ, ທັງເປັນການໂຄສະນາສຶກສາໃຫ້ພະນັກງານ-ນັກຮົບ ພ້ອມກັນຮໍ່າຮຽນເອົາຄຸນງາມຄວາມດີ ຂອງບັນດານັກຮົບປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີດັ່ງກ່າວ ເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນເອງ.
ຂ່າວ: ນີ່ ທຳມະວົງ.