ພິທີມອບ- ຮັບໂຄງການກໍ່ສ້າງ ສຳນັກງານຂອງກອງບັນຊາການທະຫານແຂວງບໍ່ແກ້ວ.

ພິທີມອບ-ຮັບໂຄງການກໍ່ສ້າງປັບປຸງ ຫ້ອງພະລາທິການ ແລະ ຫ້ອງເຕັກນິກ,ສະໂມສອນເຮືອນນອນ 2 ຊັ້ນ 2 ຫຼັງ, ເສັ້ນທາງອ້ອມສຳນັກງານຂອງກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດຂື້ນໃນວັນທີ 20 ຕຸລາ 2026 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ຫລົງເຈີ້ງຢົງ ຫົວໜ້າການເມືອງ ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ,ມີ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, ຜູ້ຮັບເໝົາໂຄງການ,ວິຊາການທີ່ກ່ຽວຂ້ອງ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງບັນຊາການເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນໂທ ຫລົງເຈີ້ງຢົງ ກໍໄດ້ກ່າວວ່າ: ໂຄງການດັ່ງກ່າວແມ່ນໝາກຜົນແຫ່ງການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງຊາດ ລາວ-ຈີນ ທີ່ມີມາຍາວນານ ເປັນການເສີມຂະຫຍາຍໝາກຜົນອັນສະຫງ່າງາມ, ຄວາມສາມັກຄີພົວພັນໃຫ້ນັບມື້ຮອບດ້ານຍິ່ງໆຂຶ້ນ, ພ້ອມກ່າວວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ກອງທັບປະຊາຊົນລາວ ໃນການພັດທະນາບຸກຄະລາກອນ ແລະ ເຕັກໂນໂລຊີປ້ອງກັນຊາດ ເພື່ອຮັກສາສະຖຽນລະພາບ ແລະ ສັນຕິພາບໃຫ້ໝັ້ນຄົງ.

ໃນພິທີ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຈາກກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງ ຢູນນານ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອຕະຫຼອດມາ ໂຄງການນີ້ ບໍ່ພຽງແຕ່ແມ່ນການປັບປຸງພື້ນຖານໂຄງລ່າງເທົ່ານັ້ນ, ແຕ່ຍັງແມ່ນສັນຍາລັກແຫ່ງຄວາມສາມັກຄີມິດຕະພາບອັນດີງາມທີ່ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຈີນ ໃຫ້ແໜ້ນແຟ້ນ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ພ້ອມນີ້, ໃນພິທີ ຍັງໄດ້ມີການລົງນາມໃນບົດບັນທຶກ ມອບ-ຮັບ ໂຄງການກໍ່ສ້າງປັບປຸງ  ຕາງໜ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳໂດຍ ສະຫາຍ ພົນໂທ ຫລົງເຈີ້ງຢົງ ຫົວໜ້າການເມືອງ ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ແລະ ຕາງໜ້າກອງບັນຊາການທະຫານແຂວງບໍ່ແກ້ວໂດຍ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າ ການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ. ພ້ອມທັງເປີດປ້າຍພິທີມອບ-ຮັບ ຢ່າງເປັນທາງການ.

ຂ່າວ-ພາບ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa