



ໃນວັນທີ20 ຕຸລາ ປີ2026ນີ້, 2ກອງພັນນ້ອຍ403, ກອງພັນນ້ອຍ416 ທີ່ຂື້ນກັບກອງພັນໃຫຍ່302 ກອງພົນທີ3 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026 ຂື້ນຢູ່ທີ່ສະໝາມຫັດແອບຍິງປືນຂອງກອງພັນໃຫຍ່302, ໂດຍການເປັນປະທານຂອງ ສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ກໍາມະການຄະນະພັກກອງພົນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່302, ສະຫາຍພັນເອກ ຄໍາອ້ວນ ວຽງສະຫວັນ ກໍາມະການຄະນະພັກກອງພົນ ເລຂາຄະນະພັກຫົວໜ້າການເມືອງ ກອງພັນໃຫຍ່302, ເຂົ້າຮ່ວມມີສະຫາຍ ບຸນເລື່ອນ ສິດຊົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ພ້ອມດ້ວຍທີມງານ ,ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, 5 ພະແນກການ, 2ກອງພັນນ້ອຍ403, 416 ແລະ ຂະແໜງການທີ່ກ່ຽວຂ້ອງ, ຄູອາຈານ ພ້ອມດ້ວຍພະນັກງານ-ນັກຮົບທັງ 2ກອງພັນນ້ອຍເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍພັນຕີ ວິລັດໄຊ ບຸດດາເຮືອນ ຄະນະພັກຮາກຖານ ຮອງຫົວໜ້າການທະຫານກອງພັນນ້ອຍ 416 ໄດ້ຂື້ນຜ່ານແຜນການປະຕິບັດຍິງລູກປືນແທ້ ໂດຍປະຕີບັດຕາມແຜນການຫຼັກສູດການອົບຮົມ-ຫັດແອບ ການທະຫານຂອງພະແນກອົບຮົມກອງພົນທີ3 ກໍ່ຄືແຜນການອົບຮົມຫັດແອບ ປະຈໍາປີ 2026 ຂອງຂະແໜງອົບຮົມກອງພັນໃຫຍ່302. ການຍີງລູກປືນແທ້ໃນຄັ້ງນີ້ແມ່ນບົດບຸກຕີກາງເວັນ ຢູ່ພູຜາປ່າດົງ, ໃນນີ້ມີນັກຍິງທັງໝົດ 72 ສະຫາຍ, ໃນນີ້ຍິງປືນ K59 ຈໍານວນ 13ສະຫາຍ, ສາມາດສະຫຼຸບຜົນໄດ້ຮັບຄື: ຂັ້ນເກັ່ງມີ 06ສະຫາຍ, ຂັ້ນກາງ 04ສະຫາຍ, ຄາດໝາຍ 3ສະຫາຍ, ຍິງປືນ AK (ອາກາແອັມ) ຈໍານວນ 72 ສະຫາຍ, ສາມາດສະຫຼຸບຜົນໄດ້ຮັບຄື: ຂັ້ນເກັ່ງມີ 50 ສະຫາຍ, ຂັ້ນກາງ 17ສະຫາຍ, ຄາດໝາຍ 05ສະຫາຍ ຜ່ານການຈັດຕັ້ງຍີງລູກປືນແທ້ໃນຄັ້ງນີ້ພະນັກງານ-ນັກຮົບແຕ່ລະສະຫາຍແມ່ນ ມີຄວາມຊໍານິຊໍານານ ທາງດ້ານສິນລະປະຍຸດ,ຍຸດທະວິທີ ມີພິກໄຫວກ້າຫານ ມີຄວາມສາມາດວ່ອງໄວຄ່ອງແຄ້ວປະຕິບັດຈັ່ງຫວະບາດກ້າວການເຄື່ອນໄຫວ່ທຳລາຍເປົ້າໝາຍໃນໜ້າສະໜາມ ເພື່ອດັບສູນເປົ້າໝາຍໄດ້ຢ່າງແໝ້ນຢຳ ແລະ ຮັບປະກັນຄວາມປອດໄພໄດ້100%. ໂອກາດນີ້,ສະຫາຍ ບຸນເລື່ອນ ສິດຊົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ພ້ອມດ້ວຍທີມງານ ຍັງໄດ້ມອບເງິນສົດຈໍານວນ 500,000ກວ່າກີບ ໃຫ້ກອງພັນໃຫຍ່302 ເພື່ອກະຕຸກຊຸກຍູ້ຈິດໃຈຂອງອ້າຍນ້ອງທະຫານກອງພັນໃຫຍ່302 ທີ່ພວມປະຕິບັດໜ້າທີຢູ່ໜ້າສະໜາມຫັດແອບຍິງປືນ.
ໂອກາດນີ້ ສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ກໍາມະການຄະນະພັກກອງພົນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່302 ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄູອາຈານ ພະນັກງານ-ນັກຮົບ ແລະ ນັກຍີງແຕ່ລະສະຫາຍ ທີ່ເອົາໃຈໃສ່ຕໍ່ການຝືກແອບຮຳຮຽນ ກຳແໜ້ນທິດສະດີຫຼັກການໄດ້ດີ ເຮັດສຳເລັດຕາມແຜນການແລະ ຮັບປະກັນຄວາມປອດໄພໄດ້100%.ພ້ອມທັງເນັ້ນຫນັກໃຫ້ ຄູ-ອາຈານ ພະນັກງານ-ນັກຮົບ ໃຫ້ເອົາໃຈໃສ່ຍົກສູງຕໍ່ການຮຽນ-ການສອນ ກຳແໜ້ນທິດສະດີຫຼັກການ ການນຳໃຊ້ປືນ,ໃຫ້ມີຄວາມຄ່ອງແຄ້ວວ່ອງໄວ ໃນຍາມຝືກແອບຮໍ່າຮຽນກໍ່ຄືໃນຍາມສູ້ຮົບຕົວຈິງ, ໃຫ້ກຳໄດ້ບັນດາທ່າ, ຈັງຫວະ, ບາດກ້າວໃຫ້ມີຄວາມຊໍານິ ຊໍານານ ເພື່ອນຳໃຊ້ເຂົ້າໃນການສູ້ຮົບຕົວຈິງໃຫ້ໄດ້ຮັບໝາກຜົນສູງ.
ພາບ\ຂ່າວ: ພອນແກ້ວ ວິໄລສັກ