
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2026ນີ້, ກອງພັນໃຫຍ່302 ທີ່ຂື້ນກັບກອງພົນທີ3 ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງພົນທະຫານຮາບທີ3 ຄົບຮອບ 45 ປີ (ວັນທີ 25 ຕຸລາ ປີ 1981 – ວັນທີ 25 ຕຸລາ ປີ2026 )ຂື້ນຢູ່ທີສະໂມສອນກອງພັນໃຫຍ່302, ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນເອກ ຄໍາອ້ວນ ວຽງສະຫວັນ ກໍາມະການຄະນະພັກກອງພົນທີ3 ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່302, ມີສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ກໍາມະການຄະນະພັກກອງພົນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່302, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, 5ພະແນກການ, 2ກອງພັນນ້ອຍ, ກອງຮ້ອຍ, ໝວດເອກະລາດ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກອງພັນໃຫຍ່302 ເຂົ້າຮວມ.
ໃນພິທີ ສະຫາຍ ພັນເອກ ຄໍາອ້ວນ ວຽງສະຫວັນ ກໍາມະການຄະນະພັກກອງພົນທີ3 ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່302 ກໍ່ໄດ້ຫວນຄືນເຖິງປະຫວັດມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວສູ້ຮົບ ຂອງກອງພົນທະຫານຮາບທີ3 ຕະຫຼອດໄລຍະ 45 ປີຜ່ານມາ, ກອງພົນທະຫານຮາບທີ3 ໄດ້ຮັບການປະກາດສ້າງຕັ້ງຂື້ນໃນວັນທີ 25 ຕຸລາ ປີ 1981 ຢູ່ບົນດິນແດນແຂວງຫຼວງນ້ຳທາວິລະຊົນ, ໂດຍແມ່ນສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຜູ້ປະກາດສ້າງຕັ້ງ, ນັບແຕ່ນັ້ນມາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນທະຫານຮາບທີ3 ໄດ້ທຸ່ມເທເລືອດເນື້ອເຫື່ອແຮງຂອງຕົນ ປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໂດຍໄດ້ຮັບໜ້າທີ່ເປັນກຳລັງຫຼວງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ ເພື່ອຊ່ວຍນູນບັນດາກຳລັງທ້ອງຖິ່ນເຂດແຂວງພາກເໜື່ອ ທັງປັບປຸງກໍ່ສ້າງກຳລັງ, ປັບປຸງກໍ່ສ້າງກົມກອງສະຖານທີ່ຄ້າຍຄູ່ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ທັງເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາເຂດນຳແດນດິນ 4 ແຂວງພາກເໜືອໂດຍຜ່ານຂະບວນການຕໍ່ສູ້ອັນພິລະອາດຫານຫຼາຍບັ້ນຮົບ, ບັນຕີ, ບຸກຕີດ້ວຍນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົງອົງອາດກ້າແກ່ນ, ຍອມເສຍສະຫຼະ ເພື່ອປະເທດຊາດຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອຄວາມຢູ່ເຢັນເປັນສຸກຂອງພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຢູ່ໃນເຂດແຂວງພາກເໜືອດິນແດ່ນແຫ່ງແດ່ນອິດສະຫຼະເຂດທີ່ໝັ້ນຂອງການປະຕິວັດລາວຮຸ່ນທຳອິດ, ພ້ອມທັງຕັ້ງໜ້າປັບປຸງກໍ່ສ້າງກຳລັງ, ພາຫະນະ, ທັງເຝິກແອບຮ່ຳຮຽນການເມືອງ, ການທະຫານ, ສິນລະປະຍຸດ-ຍຸດທະວິທີ ທັງອອກແຮງງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ປະຕິບັດຕາມທິດນຳ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ມີຄວາມກ້າວໜ້າ ແລະ ເຂັ້ມແຂງຂື້ນຢ່າງບໍ່ຢຸດຢັ້ງ ບົນຈິດໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈາກກຳລັງທີອ່ອນໜ້ອຍກໍ່ກາຍເປັນກຳລັງທີມີຄວາມເຂັ້ມແຂງ, ຈາກພືດຕິກຳ ແລະ ການຝຶກຝົນຫຼໍ່ຫຼອມຕົວຈິງ ມີຫຼາຍສະຫາຍ, ຫຼາຍກົມກອງໄດ້ຮັບນາມມະຍົດເປັນກົມກອງວິລະຊົນ, ນັກຮົບວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ກົມກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢ່າງສົມກຽດ. ການປາຖະກະຖາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບຮຸ່ນສືບຖອດ ໄດ້ຮັບຮູ້ເຂົ້າໃຈເຊື່ອມຊຶມເຖິງປະຫວັດມູນເຊື້ອອັນອົງອາດກ້າແກ່ນ, ນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົງ,ການກຳເນີດຂະຫຍາຍຕົວແຕ່ລະໄລຍະ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງ ຂອງພະນັກງານ-ນັກຮົບກອງພົນທະຫານຮາບທີ3 ໃນເມື່ອກ່ອນເຊິ່ງມັນໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ພະນັກງານ-ນັກຮົບ ໃນການປະຕິບັດໜ້າທີ່ວຽກງານໃນຮຸ່ນປັດຈຸບັນ.
ເນື້ອງໃນໂອກາດສະເຫຼີມສະຫຼອງປາຖະກະຖາວັນສ້າງຕັ້ງກອງພົນທະຫານຮາບທີ3 ທີໝູນວຽນມາບັນຈົບຄົບຮອບ 45ປີນີ້, ກໍ່ໄດ້ມີຫຼາຍພາກສ່ວນເຂົ້າອວຍພອນ ແລະມອບວັດຖຸປັດໃຈໃຫ້ກອງພັນໃຫຍ່302, ໃນນີ້ມີ ທ່ານ ນາງມົນ ແກ້ວປະເສີດ ເຈົ້າຂອງນໍ້າດືມຫົງທອງ ແລະ ທ່ານ ບຸນທັນ ແກ້ວປະເສີດ ພ້ອມດ້ວຍຄອບຄົວ ຜູ້ບໍລິຫານນໍ້າດືມຫົງທອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບເຄື່ອງຊຸດກິລາ ແລະເສືອໂປໂລ ຈໍານວນ 45ຊຸດ ລວມມູນຄ່າທັງໝົດ 6,150,000ກີບ, ສະຫາຍຮ້ອຍໂທ ສຸກສົມ ພິລາແສງ ພ້ອມດ້ວຍຄອບຄົວ ກອງຮ້ອຍຊາຍແດນ 122 ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ມອບອຸປະກອນກິລາ ແລະ ເຈ້ຍເອຊີ ລວມມູນຄ່າ 2,200,000ກີບ.
ພາບ: ໄຊຄໍາ ສຸຍະອິນ\ ຂ່າວ: ພອນແກ້ວ ວິໄລສັກ