
ໜ່ວຍພັກພະແນກຍຸຕິທຳແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງ, ຕີລາຄາປະເມີນການກໍ່ສ້າງ ໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະ ກອນ ປະຈຳປີ 2026 ຂື້ນໃນລະຫວ່າງວັນທີ 19-20 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງບໍ່ ແກ້ວ, ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸລິເດດ ບັນດາກອນ, ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ສົມສັກ ປິ່ນແກ້ວ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງບໍ່ແກ້ວ, ມີຕາງໜ້ າຈາກຄະນະກວດກາພັກ-ລັດແຂວງ, ຄະນະຈັດຕັ້ງແຂວງ, ມີບັນດາຄະນະໜ່ວຍພັກ, ຄະນະພະແນກ, ພ້ອມດ້ວຍ ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄະນະໜ່ວຍພັກ, ຄະນະພະແນກ ໄດ້ຜ່ານໃບສໍາຫຼວດ, ຈັດປະເພດ ແລະ ຜ່ານໃບເກັບກ່ຽວຜົນງານຂອງຕົນເອງ, ສະເໜີປະເພດຍ້ອງຍໍ ແລະ ຜ່ານຄຳເຫັນສົ່ງຂ່າວ ຂອງສະມາຊິກພາຍໃນໜ່ວຍທີ່ໄດ້ໃຫ້ຄຳເຫັນປິດລັບມາແລ້ວ ຈາກນັ້ນ, ສະມາຊິກພັກແຕ່ລະສະຫາຍ ຜ່ານບົດສຳຫຼວດ ແລະ ຜ່ານບົດປະເມີນແຕ່ລະສະຫາຍ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ, ຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂ ແລະ ໃຫ້ຄະແນນ, ຈັດແບ່ງປະເພດ ແລະ ໝູ່ຄະນະກໍ່ໄດ້ປະກອບຄໍາຄິດຄໍາ ເຫັນກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ສະມາຊິກພັກແຕ່ລະສະຫາຍມີບາດກ່າວດີຂຶ້ນ, ເປັນສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຈາກນັ້ນ ຄະນະໜ່ວຍພັກກໍ່ໄດ້ຜ່ານຮ່າງບົດສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການ ປີ2027, ຜ່ານຮ່າງບົດສໍາຫຼວດ ການນໍາພາລວມຂອງຄະນະພັກ ແລະ ຜ່ານຮ່າງບົດສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2026 ແລະ ທິດທາງ ແຜນການປີ 2027 ພ້ອມດຽວກັນນັ້ນ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ກໍ່ໄດ້ພ້ອມກັນປະກອບຄວາມ ຄິດເຫັນໃສ່ 3 ບົດດັ່ງກ່າວ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ. ຫຼັງຈາກນັ້ນ, ສະມາຊິກພັກທຸກສະຫາຍກໍ່ໄດ້ພ້ອມກັນລົງປະຊາມະຕິຮັບຮອງເອົາການຈັດປະເພດໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2026 ຢ່າງເປັນເອກະພາບ.
ພາບ-ຂ່າວ:ພຸດທະຈັກ ວິໄລພອນ