

ບໍລິສັດ ໂຕໂຢຕ້າ ເອທີ ພາກເໜືອ ຈຳກັດ ໄດ້ຈັດພິທີເປີດສູນບໍລິການໂຕໂຢຕ້າຢ່າງເປັນທາງການ ໃນວັນທີ 20 ຕຸລາ 2026 ນີ້ ທີ່ບ້ານມົກກະຈອກ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ,ມີບັນດາປະທານບໍລິສັດ,ຜູ້ອຳນວຍການ, ຄະນະຜູ້ບໍລິຫານ, ພາກສ່ວນທຸລະກິດພາກເອກະຊົນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ແລະ ພະນັກງານພາຍໃນບໍລິສັດ ເຂົ້າຮ່ວມເປັນສັກຂີພະຍານ.
ການເປີດໂຕໃນຄັ້ງນິ້ ຖືເປັນອີກໜຶ່ງບາດກ້າວສຳຄັນໃນການຍົກລະດັບມາດຕະຖານອຸດສາຫະກຳລົດຍົນໃນ ສປປ ລາວ, ຫຼັງຈາກທີ່ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ ແລະ ບໍລິສັດ ໂຕໂຢຕ້າ ເອທີ ພາກເໜືອ ຈຳກັດ ໄດ້ລົງນາມສັນຍາແຕ່ງຕັ້ງເປັນຕົວແທນຈຳໜ່າຍລົດໂຕໂຢຕ້າ ເຈົ້າທີ 7 ຂອງປະເທດຢ່າງເປັນທາງການ ເມື່ອວັນທີ 4 ກັນຍາ 2026 ທີ່ຜ່ານມາ.
ທ່ານ ໄຊທະວົງ ວິຍາເດດ ປະທານບໍລິສັດ ໂຕໂຢຕ້າ ເອທີ ພາກເໜືອ ຈຳກັດ ໄດ້ມີຄຳເຫັນກ່າວວ່າ: “ຈຸດເລີ່ມຕົ້ນຂອງທຸລະກິດ ແມ່ນມາຈາກຄວາມຜູກພັນ ແລະ ແຮງບັນດານໃຈຕັ້ງແຕ່ການເປັນເຈົ້າຂອງລົດໂຕໂຢຕ້າຄັນທຳອິດໃນປີ 1997.ຕະຫຼອດໄລຍະເວລາກວ່າ 29 ປີ ຂອງການເດີນທາງ ໄດ້ເຫັນຄວາມຍາກລຳບາກຂອງພີ່ນ້ອງປະຊາຊົນໃນບັນດາແຂວງພາກເໜືອຂອງ ສປປ ລາວ ທີ່ຕ້ອງເສຍເວລາ ແລະ ເດີນທາງໄກຫຼາຍຮ້ອຍກິໂລແມັດ ໄປນະຄອນຫຼວງວຽງຈັນ ເພື່ອຊື້ລົດ ຫຼື ເຂົ້າໄປໃຊ້ບໍລິການ ຈຶ່ງເກີດເປັນວິໄສທັດ ແລະ ຄວາມມຸ່ງໝັ້ນໃນການສ້າງສູນບໍລິການທີ່ໃກ້ກັບຊຸມຊົນຫຼາຍຂຶ້ນ.” ສູນບໍລິການ ໂຕໂຢຕ້າ ເອທີ ພາກເໜືອ ແຫ່ງໃໝ່ນີ້ ພ້ອມເປີດໃຫ້ບໍລິການຢ່າງເຕັມຮູບແບບ ດ້ວຍມາດຕະຖານລະດັບສາກົນ ເຊິ່ງປະກອບດ້ວຍ:ໃຫ້ບໍລິການຈຳໜ່າຍລົດໂຕໂຢຕ້າຫຼາກຫຼາຍລຸ້ນ ພ້ອມໃຫ້ຄຳປຶກສາເພື່ອຊ່ວຍລູກຄ້າເລືອກລົດໃຫ້ເໝາະສົມກັບການໃຊ້ງານ ແລະ ງົບປະມານ. ໃຫ້ບໍລິການກວດເຊັກ, ບຳລຸງຮັກສາ ແລະ ສ້ອມແປງລົດ ໂດຍທີມງານຊ່າງເຕັກນິກທີ່ຜ່ານການຝຶກອົບຮົມຕາມມາດຕະຖານໂຕໂຢຕ້າ ພ້ອມດ້ວຍເຄື່ອງມື ແລະ ອຸປະກອນທີ່ທັນສະໄໝ. ໝັ້ນໃຈໃນຄຸນນະພາບ, ຄວາມປອດໄພ ແລະ ອາໄຫຼ່ແທ້ຈາກໂຕໂຢຕ້າ.ການເປີດສູນບໍລິການແຫ່ງນີ້ ຈະຊ່ວຍໃຫ້ລູກຄ້າ ແລະ ຜູ້ໃຊ້ລົດໂຕໂຢຕ້າໃນພື້ນທີ່ພາກເໜືອຂອງ ສປປ ລາວ ໄດ້ຮັບຄວາມສະດວກສະບາຍ, ຄວາມຄຸ້ມຄ່າ ແລະ ການບໍລິການທີ່ດີ ໃນລາຄາ ແລະ ມາດຕະຖານດຽວກັບສູນບໍລິການໂຕໂຢຕ້າທົ່ວປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄກອີກຕໍ່ໄປ.ໂຕໂຢຕ້າ ເອທີ ພາກເໜືອ ມຸ່ງໝັ້ນທີ່ຈະເປັນສູນກາງລົດຍົນທີ່ໄດ້ຮັບຄວາມໄວ້ວາງໃຈສູງສຸດ, ສົ່ງມອບປະສົບການການດູແລທີ່ຈິງໃຈ ແລະ ຄຽງຄູ່ກັບການເດີນທາງຂອງປະຊາຊົນໃນພາກເໜືອຂອງ ສປປ ລາວ ຢ່າງຍືນຍົງ.
ໃນໂອກາດນິ້. ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ມີຄຳເຫັນເນັ້ນໜັກວ່າ: ການເປີດສູນໂຕໂຢຕ້າ ເອທີ ພາກເໜືອ ໃນມື້ນີ້ ເນື້ອແທ້ແມ່ນການຊຸກຍູ້ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດຂອງແຂວງບໍ່ແກ້ວ, ທັງເປັນການຂະຫຍາຍຕົວທາງທຸລະກິດການລົງທຶນ, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຕໍ່ສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ, ເຮັດໃຫ້ບັນຍາກາດການລົງທຶນ ແລະ ການບໍລິການມີຄວາມສະດວກສະບາຍຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ກໍ່ຍັງເປັນການຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ແຮງງານພາຍໃນແຂວງ, ເພື່ອຍົກລະດັບຄວາມຮູ້ ແລະ ຝຶກອົບຮົມທັກສະວິຊາຊີບໃຫ້ພະນັກງານ-ຊ່າງເຕັກນິກ ໃຫ້ໄດ້ມາດຕະຖານລະດັບສາກົນ ເຊິ່ງເປັນການສ້າງບຸກຄະລາກອນ ແລະ ຝີມືແຮງງານທີ່ມີຄຸນນະພາບໃຫ້ແກ່ສັງຄົມແຂວງບໍ່ແກ້ວໃນຕໍ່ໜ້າ.
ນອກຈາກນິ້, ຍັງຈະຊ່ວຍຊຸກຍູ້ເສດຖະກິດຂອງແຂວງໃຫ້ມີການຂະຫຍາຍຕົວ,ສ້າງລາຍຮັບເຂົ້າງົບປະມານ, ດຶງດູດນັກລົງທຶນ ແລະ ເຮັດໃຫ້ປະຊາຊົນໃນເຂດພາກເໜືອສາມາດເຂົ້າເຖິງສິນຄ້າ ແລະ ການບໍລິການທີ່ໄດ້ມາດຕະຖານສູງໂດຍບໍ່ຕ້ອງເດີນທາງໄປໄກ.ສູນໂຕໂຢຕ້າ ເອທີ ພາກເໜືອ ໄດ້ມີການພັດທະນາແບບກ້າວກະໂດດເຂົ້າສູ່ຍຸກດິຈິຕອນ ແລະ ຄວາມທັນສະໄໝ ດ້ວຍການນຳເອົາເຕັກໂນໂລຊີ, ເຄື່ອງມື ແລະ ອຸປະກອນທີ່ທັນສະໄໝມາໃຫ້ບໍລິການລູກຄ້າ ເປັນຕົ້ນ:ເຄື່ອງປະສົມສີລົດ ທີ່ໄດ້ມາດຕະຖານສູງ.ເຄື່ອງດຶງດັດເຄາະຕົວຖັງ ແລະ ສີ ທີ່ຮັບປະກັນຄວາມປອດໄພ ແລະ ຄວາມແມ່ນຍໍາ. ເຄື່ອງກວດເຊັກສະພາບລົດທີ່ທັນສະໄໝ ທີ່ສາມາດວິເຄາະບັນຫາໄດ້ຢ່າງວ່ອງໄວ ແລະ ຊັດເຈນ.ເຄື່ອງຈັກຕັດຟີມ ທີ່ມີຄວາມລະອຽດສູງ ເພື່ອຕອບໂຈດທຸກຄວາມຕ້ອງການຂອງລູກຄ້າຢ່າງຮອບດ້ານ ພາຍໃຕ້ “ການບໍລິການທີ່ຄົບວົງຈອນໃນບ່ອນດຽວ” ດ້ວຍຄຸນນະພາບທຽບເທົ່າກັບສູນມາດຕະຖານສາກົນ.ຈາກນັ້ນ,ໄດ້ມອບໃບຢັ້ງຢືນ, ເປີດສູນບໍລິການຢ່າງເປັນທາງການ ແລະ ຮັບຊົມການສະແດງສິລະປະວັນນະຄະດີ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄຶກຄື້ນ.
#ຂ່າວໂດຍ: ເງິນຫຼົງ ຈິດພູວົງ.