

ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ປະເມີນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2026 ໄດ້ປະເພດ I ທຸກສະຫາຍ ກອງປະຊຸມໄດ້ຈັດຂື້ນໃນວັນທີ 20 ຕຸລາ 2026, ໂດຍການເປັນປະທານ ຂອງສະຫາຍ ນາງ ວຽງວອນ ແສງຈັນ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ, ໂດຍມີ ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຮັບເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ກອງປະຊຸມຄະນະ ຮັບຜິດຊອບ ໄດ້ຜ່ານຮ່າງບົດສະຫຼຸບແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2026 ເຊິ່ງໃນແຕ່ລະດ້ານແມ່ນໃຫ້ບັນລຸໄດ້ 95%ຂື້ນໄປ, ຈາກຂະບວນຂໍ້ແຂ່ງຂັນ 3 ດີ ສາມາດເລືອກໄດ້ຕົວແບບດ້ານວິຊາການ ຈຳນວນ 2 ສະຫາຍຄື: ສະຫາຍ ນາງ ສຸ່ ແກ້ວໂພໄຊ ແລະ ສະຫາຍ ນາງ ຈິນດາວັນ ຈັນທະລິດ ແລະ ຕົວແບດ້ານການສ້າງເສດຖະກິດຄອບຄົວ 2 ສະຫາຍ ຄື: ສະຫາຍ ນາງ ສອນເພັດ ວັນນຸສັກ ແລະ ສະຫາຍ ນາງ ອ່ອນດີ ສຸລິຍະແສງ ພ້ອມນີ້ສະມາຊິກແມ່ຍິງແຕ່ລະສະຫາຍໄດ້ຜ່ານບົດປະເມີນຂໍ້ແຂ່ງຂັນ 3 ດີ ຂອງຕົນ ເພື່ອຍົກໃຫ້ເຫັນດ້ານດີ,ດ້ານອ່ອນ ເພື່ອໃຫ້ໜູ່ຄະນະປະກອບຄຳເຫັນກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງໃຫ້ຄະແນນແບບປິດລັບ ທີ່ເປັນການປະເມີນ, ຈັດແບ່ງປະເພດຂອງບຸກຄົນ, ຂອງໜ່ວຍ ແລະ ເປັນບ່ອນອີງໃນການໄດ້ຮັບການຍ້ອງຍໍໃນຂະບວນການຈັດຕັ້ງ, ປະຕິບັດຂໍ້ແຂງຂັນ 3 ດີ ປະຈຳປີ 2026, ຜ່ານການປະເມີນຂໍ້ແຂ່ງຂັນ 3 ດີ ເຫັນວ່າສະມາຊິກແມ່ຍິງ ໄດ້ປະເພດ I ທຸກສະຫາຍ ແລະ ໜ່ວຍໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງໄດ້ 98%. ຈາກນັ້ນສະມາຊິກໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງກໍ່ໄດ້ຂື້ນຈັດມືກັນເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2027.
ຈາກນັ້ນໄດ້ມີການມອບໃບຍ້ອງຍໍ ຂອງປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ໃຫ້ແກ່ຜູ້ທີ່ມາຜົນໃນດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2025 ຈຳນວນ 9 ສະຫາຍໃຫ້ກຽດມອບໂດຍ ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງບໍ່ແກ້ວ ແລະ ພ້ອມທັງມີຄຳເຫັນເນັ້ນໜັກໃຫ້ສະມາຊິກແມ່ຍິງສືບຕໍ່ ພັດທະນາຄວາມຮູ້ຄວາມສາມາດ, ຍົກລະດັບບົດບາດໃຫ້ທຽບຄຽງກັບເພດຊາຍ ແລະ ກາຍເປັນຜູ້ນຳ, ຜູ້ບໍລິຫານ, ເສນາທິການທີ່ເກັ່ງໃນອະນາຄົດ ແລະ ພ້ອມກັນປະຕິບັດໜ້າທີ່ການເມືອງ, ລະບຽບກົດໝາຍບ້ານເມືອງ ແລະ ຂໍ້ແຂ່ງຂັນ 3 ດີ ຢ່າງເຂັ້ມງວດ, ໃຫ້ຕ້ານທັດສະນະຂີ້ຄ້ານມັກງ່າຍ, ການຫຼິ້ນກິນຟຸມເຟືອຍ ແລະ ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສືບຕໍ່ຮັກສາຜົນງານ ແລະ ຜັນຂະຫຍາຍ ຂໍ້ແຂ່ງຂັນ 3 ດີ ໃຫ້ບັນລຸຕາມຄາດໝາຍໃນໄລຍະປີ 2026-2030.
ຂ່າວ: ສາຍສະໝອນ ແ້ກວວິສິດ