
ໃນວັນທີ 13 ຕຸລາ 2026 ນີ້, ອົງການປົກຄອງ ແຂວງບໍ່ແກ້ວ ຈັດຊຸດອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ແກ່ພະນັກງານລົງກໍ່ສ້າງຮາກຖານການເມືອງ ປະຈຳປີ 2026 ຢູ່ທີ່ຫ້ອງວ່າການແຂວງ. ໂດຍການເປັນປະທານ ຂອງສະຫາຍ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີບັນດາສະຫາຍ ຄະນະນຳຂອງແຂວງ, ເມືອງ, ຄະນະພັກຮາກ ຖານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ປະທານພິທີ ສະຫາຍ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກ ຄອງແຂວງ ໄດ້ມີຄຳເຫັນກ່າວເປີດຊຸດອົບຮົມຢ່າງເປັນທາງ ການ. ສະຫາຍ ຍັງໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນໃນການຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະພັກຮາກຖານ, ຄະນະພັກບ້ານ ແລະ ກຸ່ມບ້ານ, ເພື່ອເປັນການປັບປຸງແບບແຜນວິທີເຮັດວຽກ ແລະ ເປັນແກນນຳທາງການເມືອງ ຢູ່ຄະນະພັກຮາກຖານ ແລະ ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ເພື່ອນຳພາສຶກສາອົບຮົມ ແລະ ຈັດຕັ້ງນຳພາສະມາຊິກພັກ ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ-ຄຳສັ່ງ, ຂໍ້ກຳນົດ, ກໄດລະບຽບພັກ ແລະ ລະບຽບກົດໝາຍຂອງລັດ, ໃກ້ສິດຕິດແທດມະຫາຊົນ ສ້າງເປົ້າ ໝາຍຂະຫຍາຍເຂົ້າພັກ ແລະ ການປັບປຸງບູລະນະກົງຈັກການຈັດຕັ້ງ ຢູ່ພາຍໃນສຳໜັກງານ-ອົງການ ຫຼືການຈັດຕັ້ງບ້ານຂອງຕົນ, ຮັບປະກັນການສຳເລັດໜ້າທີ່ການເມືອງ ກໍຄື ວຽກງານວິຊາສະເພາະ ໃນຂອບເຂດໜ່ວຍພັກຕົນຮັບຜິດຊອບ.
ການຝຶກອົບຮົມຄັ້ງນີ້ ສຳມະນາກອນໄດ້ຮຽນຮູ້ ລົງເລິກເຖິງ ຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ, ການກໍ່ ສ້າງພັກ ທັງ 4 ເນື້ອໃນ ແລະ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການຂົນຂວາຍມະຫາຊົນ ຂອງພັກ ຍົກສູງກຳລັງແຮງສູ້ຮົບຂອງການຈັດຕັ້ງຮາກຖານພັກ ແລະ ປ່ຽນແປງໃໝ່ການມນຳພາ ຂອງພັກ ຢູ່ຂັ້ນຮາກຖານ, ຄວາມເຂົ້າໃຈຢ່າງຖືກຕ້ອງຕາມ 4 ຄາດໝາຍ ຂອງການກໍ່ສ້າງຮາກຖານການເມືອງ, ລະບົບການເມືອງຂັ້ນຮາກ ຖານ, ບົດບາດຂອງຮາກຖານ ແລະ ບົດບາດຂອງພະນັກ ງານລົງກໍ່ສ້າງຮາກຖານ, ພາລະບົດບາດ, ໜ້າທີຂອບເຂດສິດ ແລະ ແບບແຜນວິທີເຮັດວຽກ ຂອງຄະນະພັກຮາກ ຖານ, ບາດກ້າວການລົງກໍ່ສ້າງຮາກຖານການເມືອງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມໝາຍຄວາມສຳຄັນ ຂອງພະນັກງານລົງກໍ່ສ້າງຮາກຖານການເມືອງ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງແຜນພັດທະນາຂອງບ້ານ, ການແຕ່ງເອກະສານທາງການ ຂອງພັກ-ລັດ ແລະ ບາດກ້າວ ຂັ້ນຕອນການລົງກໍ່ສ້າງຮາກຖານການເມືອງ.
ທັງນີ້ ເພື່ອເສີມສ້າງບາດກ້າວທີ່ສຳຄັນແກ່ການບໍລິຫານລັດຂັ້ນທ້ອງຖິ່ນ ໃນແຕ່ລະຂັ້ນ ໃຫ້ມີຄວາມເປັນເອກະພາບ ໃນກນຈັດຕັ້ງປະຕິບັດວຽກງານຕົວຈິງຕໍ່ກັບການເປັນເສນາທິການ ໃຫ້ແກ່ຄະນະພັກ, ອຳນາດການປົກຄອງທຸກຂັ້ນໃຫ້ໄດ້ຢ່າງທົ່ວເຖິງ. ພ້ອມກັນນີ້, ເພື່ອເປັນການຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຕໍ່ບັນຫາ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອຊອກວິທີແກ້ໄຂ ແລະ ຖອດຖອນບົດຮຽນຮ່ວມກັນ