ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງເມິງ ໄດ້ລົງພົບປະໂອ້ລົມ ຄູ-ອາຈານ ຢູ່ເຂດຜາດໍາ.

ໃນວັນທີ 13 ຕຸລາ 2026 ຜ່ານມານີ້, ຄູ-ອາຈານ ຢູ່ເຂດຜາດໍາ ຕາແສງຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີບັນດາຜູ້ອໍານວຍການໂຮງຮຽນ-ຄູອາຈານ ພາຍໃນເຂດຜາດໍາເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ການລົງມາມາຢ້ຽມຢາມ ແລະ ໂອ້ລົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄູ ແລະ ນັກຮຽນສາມັນສຶກສາ ສະບັບເລກທີ 814/ສສກ ລົງວັນທີ 23 ກຸມພາ ປີ 2026 ແລະ ໃຫ້ຮູ້ວ່າ: ໃນໄລຍະທີ່ມາຄະນະພັກຄະນະນໍາໃນຂົງເຂດຫ້ອງການສຶກສາເມືອງເມິງ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພຶ່ອເຮັດໃຫ້ວຽກງານການສຶກສາພາຍໃນເມືອງໄດ້ຮັບການພັດທະນາ ແລະ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງສະແດງອອກໃນອັດຕາການເຂົ້າຮຽນຂອງນ້ອງນັກຮຽນແຕ່ລະໂຮງຮຽນເພີ່ມຂື້ນ ແລະ ອັດຕາການປະລະຂອງນ້ອງນັກຮຽນໄດ້ຫຼຸດລົງເທື່ອລະກ້າວ ພ້ອມທັງໄດ້ເໜັ້ນໜັກໃຫ້ຄູອາ-ຈານໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງແນວຄິດ ໃຫ້ຄູ-ອາຈານ ແຕ່ສະຫາຍໃຫ້ມີແນວຄິດອຸນອຽນທຸນທຽງ, ໃຫ້ມີໜັກແໜັ້ນເຂັ້ມແຂງ ແລະ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ ພ້ອມກັນຄົ້ນຄວ້າເຊື່ອມຊື່ມມະຕິ, ຄໍາສັ່ງຕ່າງໆຂອງພັກ-ຂອງລັດ ໃຫ້ເປັນປົກກະຕິ; ດ້ານວຽກງານວິຊາການເປັນຕົ້ນແມ່ນ: ສ້າງແຜນການສອນ, ການແຕ່ງບົດສອນ, ການຂຶ້ນຫ້ອງລົງ, ການຖ່າຍທອດຄວາມຮູ້ໃຫ້ແກ່ນ້ອງນັກຮຽນ, ການສ້າງຕໍາແໜ່ງວິຊາການຄູ; ດ້ານວຽກງານນອກຫຼັກສູດເປັນຕົ້ນແມ່ນ: ການຫຼີ້ນກິລາກາຍຍະກໍາ, ສິນລະປະວັນນະຄະດີ, ການເຮັດສວນຄົວ ແລະ ການປັບປຸງສະພາບແວດລ້ອມພາຍໃນໂຮງຮຽນ; ດ້ານວຽກງານການພົວພັນຊຸມຊົນ ໂດຍສະເພາະການຈັດກິດຈະກໍາຕ່າງໆ ລະຫວ່າງໂຮງຮຽນຕໍ່ໂຮງຣຽນ, ພົບປະແລກປ່ຽນບົດຮຽນກັບໂຮງຮຽນອື່ນໆ ເພຶ່ອຜູກແໜັ້ນຄວາມສາມັກຄີ ແລະ ຊອກຫາຄວາມຮູ້ໃໝ່ໆ ກັບໂຮງຮຽນອື່ນຕື່ມອີ່ກ.

ໃນໂອກາດທີ່ໄດ້ລົງມາພົບປະໂອ້ລົມພະນັກງານຄູ-ອາຈານຢູ່ເຂດຜາດໍາໃນຄັ້ງນີ້ ໄດ້ນໍາເອົາຄອມພິວເຕີ 1 ຊຸດ ມາມອບໃຫ້ແກ່ໂຮງຮຽນ ມໍຕົ້ນ ຜາດໍາ  ເພຶ່ອນໍາໄປໝູນໄຊ້ເຂົ້າໃນໜ້າທີ່ວຽກງານພາຍໃນໂຮງຮຽນ ໃຫ້ມີຄວາມສະດວກ ແລະ ວອງໄວຂຶ້ນກ່ວາເກົ່າຕື່ມອີ່ກ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa