
ໃນຕອນເຊົ້າຂອງວັນທີ 13 ຕຸລາ 2026 ພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ຈັດຕັ້ງປາຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945 – 12 ຕຸລາ 2026) ຂຶ້ນຢູ່ທີ່ຫ້ອງປະຊຸມພະແນກ ໂດຍການເປັນປະທານຂອງທ່ານ ສຸລິເດດ ບັນດາກອນ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ມີບັນດາຄະນະພັກ, ຄະນະພະແນກ, ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ສຸລິເດດ ບັນດາກອນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວັນປະກາດເອກະລາດ 12 ຕຸລາ 1945 ເຊິ່ງເປັນວັນທີ່ມີຄວາມໝາຍທາງປະຫວັດສາດໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຍາດເອົາເອກະລາດ ອິດສາລະພາບ ແລະ ພື້ນແຜ່ນດິນອັນຄົບຖ້ວນຈາກກຳມືຂອງຈັກກະພັດຜູ້ຮຸກຮານ ແລະ ມູນເຊື້ອຮັກຊາດ, ນໍ້າໃຈພິລະອາດຫານຂອງກອງທັບປະຊາຊົນລາວບັນດາເຜົ່າ, ຫຼັງຈາກນັ້ນ, ທ່ານວິພົງ ບົວອາໄພ ຮອງຫົວໜ້າພະແນກ ກໍ່ໄດ້ເລົ່າຫວນຄືນມູນເຊື້ອວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ, ເຊິ່ງໄດ້ໃຫ້ຮູ້ເຖິງຂະບວນການກໍ່ຕັ້ງ ແລະ ພັດທະນາວຽກງານການທູດ ຕະຫຼອດຮອດບົດບາດໃນການປົກປັກຮັກສາຜົນປະໂຫຍດຂອງຊາດ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບປະເທດເພື່ອນມິດ ແລະ ປະຊາຄົມສາກົນ. ພ້ອມທັງເນັ້ນການຢຶດໝັ້ນແນວທາງການຕ່າງປະເທດທີ່ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືເພື່ອການພັດທະນາ.
ການຈັດໂຄສະນາປາຖະກະຖາ 2 ວັນປະຫວັດສາດໃນຄັ້ງນີ້ ກໍ່ເພື່ອສ້າງຄວາມຮັບຮູ້ໃຫ້ສະມາຊິກພັກ, ພະນັກງານລັດຖະກອນເຂົ້າໃຈເລິກເຊິ່ງຕື່ມກ່ຽວກັບມູນເຊື້ອການຕໍ່ສູ້ກູ້ຊາດ ແລະ ວຽກງານການທູດຂອງລາວ, ພ້ອມທັງປຸກລະດົມຈິດສຳນຶກຮັກຊາດ ແລະ ເພີ່ມຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປ.
ພາບ-ຂ່າວ: ພຸດທະຈັກ ວິໄລພອນ