ໂຮງໝໍເມືອງປາກທາ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ2026.

ເພື່ອສະຫຼຸບຕີລາຄາຄືນໃນການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກໃນໄລຍະຜ່ານມາ. ໃນຕອນເຊົ້າວັນທີ 13 ຕຸລາ 2026 ນີ້, ໜ່ວຍພັກໂຮງໝໍເມືອງປາກທາ ໄດ້ຈັດກອງປະຊຸມດຳເນີດຊີວິດການເມືອງ, ຕີລາຄາຄຸນນະພາບ,ຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ຕິດພັນກັບການປະເມີນພະນັກງານ-ລັດຖະກອນ ປະຈໍາປີ 2026 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ດຣ ສຸວິໄຊ ສຸທາພອນ ກຳມະການພັກເມືອງ ເລຂາໜ່ວຍພັກໂຮງໝໍເມືອງປາກທາ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນມີ ຈັນທະວົງ ກຳມະການພັກເມືອງ, ຫົວໜ້າຄະນະໂຄ ສະນາອົບຮົມເມືອງ,  ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຮັບຜິດຊອບ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມປະເມີນ.

ໃນກອງປະຊຸມ, ສະຫາຍ ດຣ ສຸວິໄຊ ສຸທາພອນກຳມະ ການພັກເມືອງ  ເລຂາໜ່ວຍພັກໂຮງໝໍເມືອງປາກທາ, ໄດ້ຜ່ານຮ່າງບົດສະຫຼຸບການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ:  ຕະຫຼອດໄລຍະທີ່ຜ່ານມາ ຄະນະໝ່ວຍພັກ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດເປັນໜ້າທີ່ສໍາຄັນ, ໄດ້ນໍາພາເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະ ຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໃຫ້ພະນັກງານ – ສະມາຊິກພັກພາຍໃນໜ່ວຍຢ່າງເປັນປົກກະຕິ, ໄດ້ເຮັດໃຫ້ສະມາຊິກພັກ-ພະນັກ ງານແຕ່ລະສະຫາຍ ມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ; ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສັດຊື່ບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ລັດ ແລະ ຕໍ່ປະຊາຊົນບັນດາເຜົ່າ; ມີຄວາມເຊື່ອ ໝັ້ນ ຕໍ່ອຸດົມການຂອງພັກ ແລະ ເສັ້ນທາງກ້າວຂຶ້ນສັງຄົມ ນິຍົມ; ຄະນະໜ່ວຍພັກ ໄດ້ຍຶດໝັ້ນຕາມ 5 ຫຼັກ ການ, 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງ ຢ່າງຕັ້ງໜ້າ; ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ພະນັກງານລັດຖະກອນພາຍໃນໂຮງໝໍ ໄດ້ປະຕິບັດຕາມພາລະບົດບາດ,ສິດ, ໜ້າທີຄວາມຮັບຜິດຊອບ, ວິຊາສະເພາະ ແລະ ລະບຽບ, ກົດໝາຍຂອງລັດຖະກອນຢ່າງເຂັ້ມງວດ. ພ້ອມກັນນີ້, ບັນດາສະມາຊິກພັກ ໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ດໍາເນີນການຕິຊົມ, ກໍ່ສ້າງເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ສ້າງສັນ ເພື່ອຊອກຫາຈຸດດີທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂໃນຕໍ່ໜ້າ ສຳລັບການປະເມີນຄັ້ງນີ້, ມີສະມາຊິກພັກເຂົ້າຮ່ວມປະເມີນທັງໝົດ 13 ສະຫາຍ, ຍີງ 9 ສະຫາຍ.

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa