ຄະນະບໍລິຫານງານສະຫະພັນກໍາມະບານເມືອງປາກທາ ປະກາດສ້າງຕັ້ງກໍາມະບານຮາກຖານຕາແສງ ຫາດສະ.

ວັນທີ 9 ຕຸລາ 2026 ນີ້, ຄະນະບໍລິຫານງານສະຫະພັນກໍາມະບານເມືອງ ປາກທາ ໄດ້ຈັດພິທີປະກາດການສ້າງຕັ້ງກໍາມະບານຮາກຖານ ແລະ ບົ້ງຕົວແຕ່ງຕັ້ງຄະນະປະທານກໍາມະບານຮາກຖານຕາແສງ ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ  ແສງເພັດ ຈັນສີແພງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກໍາມະບານເມືອງ, ສະຫາຍ ຊາຍທອງ ອິນທະປັນຍາ ກຳມະການພັກເມືອງ  ປະທານຄະນະກໍາມະການປົກຄອງຕາແສງຫາດສະ, ມີບັນດາ ປະທານ, ຮອງປະທານກໍາມະບານຮາກຖານ, ຄະນະຮັບຜິດຊອບ, ຕະລອດຮອດສະມາຊິກກໍາມະບານເຂົ້າຮ່ວມ.

ພິທີ ຄະນະຮັບຜິດຊອບໄດ້ຜ່ານຜ່ານຂໍ້ຕົກລົງ ສະບັບເລກທີ 133/ ສກມ, ລົງວັນທີ 6 ຕຸລາ 2026 ຂອງປະທານຄະນະບໍລິຫານງານສະຫະພັນກໍາມະບານເມືອງປາກທາວ່າດ້ວຍການສ້າງຕັ້ງກຳມະບານຮາກຖານຕາແສງ ຫາດສະ ແລະ ຜ່ານມະຕິຕົກລົງຂອງ ຄະນະບໍລິຫານງານສະຫະພັນກໍາມະບານເມືອງປາກທາ, ສະບັບເລກທີ 13/ສກມ, ລົງວັນທີ 28 ກັນຍາ 2026  ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານກໍາມະບານຮາກຖານຕາແສງ ຫາດສະ.ໃນນີ້ ເຫັນດີແຕ່ງຕັ້ງສະຫາຍ  ວຽງຊາຍ ບຸນພະຈັນ ເປັນປະທານກໍາມະບານຮາກຖານ, ສະຫາຍ ທອງມາ ແກ້ວມູນລັດ ເປັນຮອງປະທານກໍາມະບານຮາກຖານ ແລະ ໃນວັນດຽວກັນນີ້ຍັງໄດ້ມີກອງປະຊຸມປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ໜ່ວຍຊາວໜຸ່ມ ແລະ 5 ເປັນເຈົ້າຂອງກຳມະບານ ປະຈຳປີ 2026 ຂອງຮາກຖານກຳມະບານ ມຕ ຫາດສະອີກດ້ວຍ.

ຂໍ້ມູນ-ພາບ: ສອນ ຜົນດີ ກຳມະບານເມືອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa