ເມືອງປາກທາ ຈັດກອງປະຊຸມນຳສະເໜີແຜນກິດຈະກຳທີ່ຈະຈັດຕັ້ງປະຕິບັດ ຂອງໂຄງການ CCA ໄລຍະ 2.

ວັນທີ 6 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງປາກທາ, ໄດ້ມີກອງປະຊຸມ ນຳສະເໜີແຜນກິດຈະກຳທີ່ຈະຈັດຕັ້ງປະຕິບັດຂອງໂຄງການ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃນເຂດພູດອຍ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ໃນແຂວງບໍ່ແກ້ວ ໄລຍະ 2 ( CCA ) ໂດຍການເປັນປະທານຂອງ ທ່ານ ຄຳເຄື່ອງ ພົມວິສັກ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງປາກທາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈິດຕະພົງ ສິລິປັນຍາຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, ມີບັນດາຫົວໜ້າໂຄງການ, ຂະແໜງການທີ່ກ້ຽວຂ້ອງຂອງແຂວງ, ເມືອງເຂົ້າຮ່ວມ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີລາຍງານກິດຈະກຳ ແລະ ການວາງແຜນໃນການຈັດຕັ້ງປະຕິບັດກິດຈະກຳ CCA ໄລຍະ 2 ຈຸດປະສົງຂອງໂຄງການດັ່ງກ່າວກໍ່ເພື່ອ ສົ່ງເສີມການຜະລິດກະສິກຳທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍການມີສ່ວນຮ່ວມ ຈາກຊຸມຊົນ, ສົ່ງເສີມການຮຽນຮູ້, ການຖ່າຍທອດເຕັກນິກການຜະລິດ, ການບໍລິຫານຊັບພະຍາກອນຢ່າງຍືນຍົງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ ເພື່ອໃຫ້ຊຸມຊົນສາມາດປັບໂຕ ແລະ ຮັບມືກັບຄວາມສ່ຽງຕ່າງໆ ໄດ້ຢ່າງໝັ້ນຄົງ, ຊາວກະສິກອນ, ໄວໜຸ່ມ ແລະ ແມ່ຍິງ ໃນຊຸມຊົນເປົ້າໝາຍ ໄດ້ຮັບການສ້າງຄວາມເຂັ້ມແຂງ ແລະ ພັດທະນາເຕັກນິກການຜະລິດຕໍ່ເນື່ອງ ໂດຍຜ່ານການເຂົ້າເຖິງບໍລິການດ້ານຄວາມຮູ້ ເຊັ່ນ ການຝຶກອົບຮົມ, ການໃຫ້ຄຳແນະນໍາ ແລະ ການຮຽນຮູ້ຈາກການປະຕິບັດຕົວຈິງ ເພື່ອສ້າງແຫຼ່ງລາຍຮັບ, ພັດທະນາກິດຈະກຳສ້າງລາຍຮັບໃໝ່, ເພີ່ມມູນຄ່າຜະລິດຕະພັນ ແລະ ຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ. ຊຸມຊົນມີຄວາມຮູ້ ແລະ ຕື່ນຕົວຫຼາຍຂື້ນ ແລະ ມີຄວາມພ້ອມໃນການຮັບມືກັບຜົນກະທົບຈາກການ ປ່ຽນແປງຂອງດິນຟ້າອາກາດ ໂດຍຜ່ານການຝຶກອົບຮົມ ປູກຈິດສຳນຶກ ແລະ ການສ້າງແສນ ແລະ ຍຸດທະສາດການຮັບມືກັບ ຜົນກະທົບດັ່ງກ່າວ ເພື່ອໃຫ້ມີຄວາມພ້ອມໃນການຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ໂດຍການສ້າງ ແຜນປັບປ່ຽນວິທີ, ລະບົບການຜະລິດໃນແຕ່ລະລະດູການຜະລິດ ຕະຫຼອດເຖິງແບບແຜນການດຳລົງຊີວິດແບບໃໝ່ທີ່ສາມາດ ຫຼຸດຜ່ອນ ແລະ ຮັບມືກັບຜົນກະທົບດັ່ງກ່າວ ທີ່ໃຫ້ຄວາມສໍາຄັນດ້ານບົດບາດຍິງ-ຊາຍ.

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa