
ໃນວັນທີ 06 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມເຊື່ອມຊຶມເອກະສານ ກ່ອນການດໍາເນີນຊີວິດການເມືອງ ແລະ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2026 ຂຶ້ນໂດຍການເປັນປະທານຂອງ ສະຫາຍ ສຸລິເດດ ບັນດາກອນ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງບໍ່ແກ້ວ ມີຄະນະພັກ-ຄະນະພະແນກ, ສະມາຊິກພັກ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທໍາແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄະນະຮັບຜິດຊອບ ໄດ້ຜັດປ່ຽນກນຂຶ້ນເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆເປັນຕົ້ນ: ບົດໂອ້ລົມຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII; ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII; ບົດໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII; ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII; ມະຕິຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກ ງານນໍາພາ-ຄຸ້ມຄອງ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 61/ກມສພ, ລົງວັນທີ 18 ມິຖຸນາ 2026 ວ່າດ້ວຍການເພີ່ມທະວີ ວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່; ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໝວດທີ I ມາດຕາ 4-6 ແລະ 8; ໝວດທີ VI ມາດຕາ 33 ແລະ ໝວດ ທີ XI ມາດຕາ 49 ແລະ 51; ຄໍາແນະແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ເລກທີ 79/ສພຊ, ລົງວັນທີ 20 ມີນາ 2025; ດຳລັດ ເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 374/ຄຈສພ, ລົງວັນທີ 19 ມິຖຸນາ 2026; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026; ຄໍາແນະນໍາຂອງຄະນະກໍາມະການປົກຄອງແຂວງ ສະບັບເລກທີ 792/ບກ, ລົງວັນທີ 09 ກັນຍາ 2026 ແລະ ບົດແນະນໍາຂອງຄະນະກວດກາພັກແຂວງບໍ່ແກ້ວ ເລກທີ 155/ຄກພຂ.ບກ, ລົງວັນທີ 24 ກັນຍາ 2026; ທັງນີ້ ກໍເພື່ອເຮັດໃຫ້ການດໍາເນີນຊີວິດການເມືອງ ຕີລາຄາຈັດແບ່ງປະເພດ, ສະມາຊິກພັກ, ໜ່ວຍພັກ ແລະ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ແລະ ທັນຕາມກຳນົດເວລາ.
ພາບ-ຂ່າວ: ພຸດທະຈັກ ວິໄລພອນ