ໂຮງຮຽນ ມສ ປຸ່ງລາດສ້າງຂະບວນການແຂ່ງຂັນກິລາເປ່ຕັ່ງເພື່ອກະກຽມຂໍ່ານັບຮັບຕ້ອນວັນຄູແຫ່ງຊາດຄົບຮອບ 32 ປີ.

ໃນວັນທີ  1 ຕຸລາ 2026 ນີ້. ຢູ່ທີ່ໂຮງຮຽນ ມສ ປຸ່ງລາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດການແຂ່ງຂັນກິລາເປ່ຕັ່ງ ຊາຍຄູ່ ລຸ້ນທົວໄປເພື່ອຊີງຂັນຜູ້ອໍານວຍການໂຮງຮຽນ ມສ ປຸ່ງລາດ ໂດຍການເປັນປະທານກ່າວເປີດການແຂ່ງກິລາຂອງທ່ານ ກັນທອນ ອານຸກອງ ຮອງຜູ້ອໍານວຍການໂຮງຮຽນ ມສ ປຸ່ງລາດ ມີບັນດາ ຄູ-ອາຈານ, ຄະນະຮັບຜິດຊອບການແຂ່ງຂັນ, ນັກກິລາມາຈາກສໍານັກງານ, ຫ້ອງການຫ້ອງການອ້ອມຂ້າງເມືອງ ສອງກອງບັນຊາການ ປກຊ-ປກສ, ກອງພັນໃຫຍ່ 302 ແລະໂຮງຮຽນອ້ອມຂ້າງເຂົ້າຮ່ວມ. ພິທີ ທ່ານ ກັນທອນ ອານຸກອງ ຮອງຜູ້ອໍານວຍການໂຮງຮຽນ ມສ ປຸ່ງລາດ ໄດ້ກ່າວເປີດການແຂ່ງຂັນກິລາ ໃນຄັ້ງນີ້ວ່າ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນຄູແຫ່ງຊາດ ວັນທີ 7 ຕຸລາ 1994-7 ຕຸລາ 2026( ຄົບຮອບ 32 ປີ ແລະເປັນການກະກຽມຂໍານັບຮັບຕ້ອນວັນ ຄົນພິການສາກົນ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ  ແລະເປັນການສ້າງຄວາມສາມັກຄີ ລະຫວ່າງ ນັກກິລາ ທີ່ມາຈາກສໍານັກງານອົງການຈັດຕັ້ງອ້ອມຂ້າງພາຍໃນເມືອງ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ພ້ອມທັງກ່າວເປີດການແຂ່ງຂັນຢ່າງເປັນທາງການ ເຊິ່ງມີທີມນັກກິລາເຂົ້າຮ່ວມທັງໝົດ 27 ທີມ ການແຂ່ງຂັນໄດ້ແບ່ງອອກເປັນ 4 ສາຍ ແຂ່ງແບບຕົກຮອບ 2 ເທື່ອແມ່ນຄັດອອກ ທີມໃດຊະນະແມ່ນເຂົ້າຮອບຕໍ່ໄປຜ່ານການແຂ່ງຂັນ ແລະຜົນຂອງການແຂ່ງຂັນສາມາດສະຫຼຸບໄດ້ດັ່ງນີ້

– ອັນດັບທີ່ IV ລາງວັນຊົມເຊີຍແມ່ນທີມ ຫ້ອງວ່າການເມືອງ ໄດ້ຮັບເງິນສົດ 200,000 ກີບ.

– ອັນດັບທີ່ III ແມ່ນທີມ ພະແນກຕໍາຫຼວດ ໄດ້ຮັບເງິນສົດ 500,000 ກີບ.

– ອັນດັບທີ່ II ແມ່ນທີມ ສິນເຊື່ອສະຫະກອນ ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມເງິນສົດ 700,000 ກີບ.

– ດັນດັບທີ່ I ແມ່ນທີມ ຟາມໝູ ນິລັນ-ທັນວາ ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມເງິນສົດ 1,000,000 ກີບ.

ເປັນກຽດມອບຂັນລາງວັນໂດຍຄະນະຮັບຜິດຊອບຂອງໂຮງຮຽນ.

ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa