

ວັນທີ 1 ຕຸລາ 2026 ນີ້, ພະແນກ ວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດພິທີມອບ-ຮັບປຶ້ມປະຫວັດສາດມູນເຊື້ອກອງບັນຊາການທະຫານເມືອງຕົ້ນເຜິ້ງ ໃຫ້ແກ່ກອງບັນຊາທະຫານເມືອງຕົ້ນເຜິ້ງ, ໂດຍການເປັນປະທານຂອງສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຄະນະພັກກອງບັນຊາການຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ໂດຍການເຂົ້າຮ່ວມສະຫາຍ ອຸ່ນຄຳ ທຳມະເລີດ ກຳມະການພັກແຂວງ ເລຂາພັກເມືອງ ເມືອງຕົ້ນເຜິ້ງ ມີພະແນກການ, ແຂກຖືກເຊີນຕະຫຼອດຮອດພະນັກງານນັກຮົບທົ່ວທະຫານເມືອງເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນເຖິງ ເຂັມສະຫັວນ ຫົວໜ້າພະແນກວິທະຍາສາດ ປະຫວັດສາດການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂື້ນຜ່ານໃບຢັ້ງຢືນ-ຮັບຮອງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍຜົນສຳເລັດການຂຽນປະຫວັດມູນເຊື້ອປະຫວັດສາດຂອງກອງບັນຊາການທະຫານເມືອງຕົ້ນເຜິ້ງ ແລະ ຜ່ານບົດສັງລວມຫຍໍ້ ກ່ອນອື່ນສະຫາຍໄດ້ໃຫ້ຮູ້ທີ່ຕັ້ງ, ພາລະບົດບາດ ແລະ ປະຫວັດຄວາມເປັນມາຂອງກອງບັນຊາການທະຫານເມືອງຕົ້ນເຜິ້ງວ່າ: ກອງບັນຊາການ ທະຫານເມືອງຕົ້ນເຜິ້ງ ແມ່ນກົມກອງໜຶ່ງ ທີ່ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ, ເຊິ່ງຕັ້ງຢູ່ຫ່າງຈາກກອງບັນຊາການທະຫານແຂວງ 60 ກິໂລແມັດ, ທິດເໜືອຕິດກັບ ເມືອງເມິງ , ທິດໃຕ້ຕິດກັບປະເທດໄທ, ທິດຕາເວັນອອກຕິດກັບເມືອງຫ້ວຍຊາຍ, ທິດຕາເວັນຕົກຕິດກັບ ປະເທດໄທ ແລະ ປະເທດມຽນມາ, ກອງບັນຊາການທະຫານເມືອງຕົ້ນເຜິ້ງ ມີເນື້ອທີ່ທັງໝົດ 1,8 ເຮັກຕາ. ໂດຍມີໜ້າທີ່ເປັນເສນາທິການ ປິ່ນອ້ອມທົ່ວອົງຄະນະພັກເມືອງຕົ້ນເຜິ້ງ ແລະ ພາຍໃຕ້ການຊີ້ນໍາ ໂດຍກົງຂອງກອງບັນຊາການ ທະຫານແຂວງ, ດ້ານການເມືອງແນວຄິດ ແມ່ນຂື້ນກັບອົງຄະນະພັກເມືອງຕົ້ນເຜິ້ງ, ກົມກອງເປັນກໍາລັງຫຼັກແຫຼ່ງທີ່ສໍາຄັນ, ຊ່ວຍໜູນເພື່ອເຮັດໃຫ້ທົ່ວເມືອງຕົ້ນເຜິ້ງ, ມີຄວາມສະຫງົບປອດ ໄພໂດຍພື້ນຖານ ກອງບັນຊາການເມືອງຕົ້ນເຜິ້ງ ມີພາລະບົດບາດທີ່ສໍາຄັນໃນການຊີ້ນໍາດ້ານວິຊາສະເພາະ ແລະ ໄດ້ຈັດຕັ້ງຄຸ້ມຄອງກໍາລັງປະກອບອາວຸດຢູ່ຮາກຖານປະຊາຊົນຄື: ກໍາລັງ ປກຊ ທ້ອງຖີ່ນ ແລະ ກໍາລັງສໍາຮອງ, ຜ່ານມາກົມກອງໄດ້ລົງອົບຮົມຫັດແອບສິລະປະຍຸດ ຍຸດທະວິທີໃນນັ້ນຍັງໄດ້ຮໍ່າຮຽນທາງດ້ານການເມືອງ, ການທະຫານ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດຢູ່ຂັ້ນທ້ອງຖິ່ນໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການທະຫານກໍ່ຄືການຈັດຕັ້ງ ຕະຫຼອດໄລຍະ 50 ປີ ກອງບັນຊາການທະຫານເມືອງຕົ້ນເຜິ້ງ ນັບແຕ່ສ້າງຕັ້ງ ຂື້ນປີ 1976-2026 ມີຄະນະພັກຄະນະບັນຊາ ທັງໝົດ 13 ຊຸດ, ລະບົບການຈັດຕັ້ງປະກອບມີ 4 ພະແນກການ ແລະ 1 ຂະແໜງບໍລິຫານຫ້ອງການ (ທຽບເທົ່າພະແນກ) ມີ 29 ຂະແໜງການທີ່ຂື້ນກັບກອງບັນຊາການທະຫານເມືອງ ເຊິງໃນການຂຽນປຶ້ມປະຫວັດສາດມູນເຊື້ອໃນຄັ້ງນີ້ເພື່ອເປັນການສະສົມບົດຮຽນທາງດ້ານປະຫວັດສາດມູນເຊື້ອທີ່ມີຄຸນຄ່າຢ່າງຫຼວງຫຼາຍໄວ້ໃຫ້ແກ່ກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ, ນັກຮຽນຮູ້, ນັກສຶກສາ ປັນຍາຊົນນຳໄປຄົ້ນຄວ້າ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາຂອງກອງບັນຊາການທະຫານເມືອງຕົ້ນເຜິ້ງ. ພ້ອມດຽວກັນນີ້ກໍໄດ້ເຊັນບົດບັນທຶກມອບຮັບປື້ມປະຫວັດສາດມູນເຊື້ອຢ່າງເປັນທາງການ.
ໂອກາດນີ້, ປະທານພິທີໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ກົມກອງຍາດໄດ້ໃນໄລຍະຜ່ານມາ ເພື່ອສືບຕໍ່ຮັກສາມູນເຊື້ອຄຸນງາມຄວາມດີຂອງປະຫັວດສາດມູນເຊື້ອ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອ ດັ່ງກ່າວນັ້ນ, ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຄະນະພັກ-ຄະນະບັນຊາ ກອງບັນຊາການເມືອງ, ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງໃຫ້ຄຸນທາດການເມືອງຫນັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວິຊາສະເພາະທີ່ຕົນຮັບຜິດຊອບເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ສູ້ຊົນບຸກທະລຸຢ່າງແຂງແຮງເຮັດໃຫ້ທຸກຂົງເຂດວຽກງານຂອງກົມກອງໃຫ້ມີທ່າກ້າວຂະຫຍາຍຕົວໄປສູ່ອັນໃໝ່, ປັບປຸງກໍ່ສ້າງກົມກອງ 3 ປອດ, ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ສຸມໃສ່ສ້າງພະນັກງານ 3 ລຸ້ນ, ໂດຍຖືເອົາຄຸນທາດການເມືອງເປັນກົກ, ຖືເອົາຄວາມຮູ້ ຄວາມສາມາດຄຸນສົມບັດສິນທໍາປະຕິວັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເປັນພື້ນຖານ, ຕ້ານ ແລະສະກັດກັ້ນແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນຖັນແຖວພະນັກງານ-ນັກຮົບ ໃຫ້ມີຄວາມໂປ່ງໃສ.
ໂດຍ: ພາກ ສຸທິປັນຍາ