


ວັນທີ 30 ກັນຍາ ຜ່ານມານີ້ ຢູ່ທີ່ສະໂມສອນເມືອງຜາອຸດົມ ໄດ້ຈັດພິທີ ເຜີຍແຜ່ດຳລັດຂອງລັດຖະບານ ເລກທີ 57/ລບ, ລົງວັນທີ 27 ມັງກອນ 2025 ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ, ແລະ ກົດໝາຍປະກັນສັງຄົມ ( ສະບັບປັບປຸງ )ເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ວັນນະສອນ ໂພທິປັນຍາ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ – ສັງຄົມ ແຂວງບໍ່ແກ້ວ, ທ່ານ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືືອງ ມີບັນດາທ່ານຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ກອງພັນໃຫ່ຍ 302, ອົງການໄອຍະການປະຊາຊົນເຂດ II, ສານປະຊາຊົນເຂດ II, ປະທານຄະນະກຳມະການປົກຄອງຕາແສງ, ໜ່ວຍບໍລິການ, ລັດວິສາຫະກິດ, ຕະຫຼອດຮອດພະນັກງານ-ລັດຖະອນ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ໃນພິທີ ຕ່າງໜ້າຄະນະຮັບຜິດຊອບ ໄດ້ຍົກໃຫ້ເຫັນ ບາງໝວດ ແລະ ບາງມາດຕາ ຂອງດຳລັດ ຂອງລັດຖະບານ ວ່າດ້ວຍການປະຕິບັດ ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ໃນນີ້ ດຳລັດສະບັບນີ້ ມີທັງໝົດ 10 ໝວດ, 35 ມາດຕາ, ເຊິງດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງປະຕິບັດ ນະໂຍບາຍ ຂອງພັກ-ລັດ ຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ເພື່ອໃຫ້ມີຄວາມເປັນເອກະພາບ, ສອດຄ່ອງກັບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງຊາດ, ແນ່ໃສ່ຕອບບຸນ ແທນຄຸນ ແກ່ບຸກຄົນດັ່ງກ່າວ, ໃນນັ້ນ ກົດໝາຍ ວ່າດ້ວຍປະກັນສັງຄົມ ( ສະບັບປັບປຸງ ) ມີທັງໝົດ 12 ພາກ, 123 ມາດຕາ, ໂດຍໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານປະກັນສັງຄົມ ເພື່ອໃຫ້ວຽກງານດັ່ງກ່າວເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ, ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ, ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ແນ່ໃສ່ຄໍ້າປະກັນ ການດໍາລົງຊີວິດຂັ້ນພື້ນຖານ, ການສ້າງຄວາມສາມັກຄີປອງດອງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຈາກນັ້ນພິທີ ຜູ້ເຂົ້າຮ່ວມ ຍັງໄດ້ສົນທະນາແລກປ່ຽນຄຳຄິດ-ຄຳເຫັນຕໍ່ກັບລະບົບການອູດໜູນປະກັນສັງຄົມຕ່າງໆ ຢ່າງກົົງໄປກົງມາ ເພື່ອໃຫ້ເໝາະສົມ ແລະສອດຄ່ອງກັບກາຈັດຕັ້ງປະຕິບັດຢູ່ໃນຮາກຖານທ້ອງຖິ່ນ ໃຫ້ດີຂື້ນກວ່າເກົ່າ.
ພາບ-ຂ່າວ: ພອນສະຫັວນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.