


ວັນທີ 1 ຕຸລາ 2026 ຜ່ານມານີ້, ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງເມິງ, ແຂວງບໍ່ແກ້ວ ໄດ້ເປີດພິທີຂະບວນການແຂ່ງຂັນກິລາເປຕັງ ທົ່ວໂຮງຮຽນພາຍໃນເມືອງ ເພຶ່ອຄໍ່ານັບຮັບຕ້ອນວັນທີ 7 ຕຸລາ ວັນຄູແຫ່ງຊາດ ຄົບຮອບ 32 ປີ ໂດຍການເຂົ້າຮ່ວມຂອງທ່ານ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນນາ ຄໍາສີປະເສີດ ປະທານຄະນະກໍາມະການປົກຄອງເມືອງ, ຮອງເລຂາພັກເມືອງ ແລະ ທ່ານ ນາງ ອິ່ນພິວ ສີລິປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ, ມີບັນດາທ່ານຄະນະກໍາມະການປົກຄອງຕາແສງທັງ 3 ຕາແສງ, ຄູ-ອາຈານ ແລະ ນັກກິລາແຕ່ລະໂຮງຮຽນພາຍໃນເມືອງເຂົ້າຮ່ວມ ຢ່າງເປັນຂະບວນການຝົດຝື້ນ.
ໃນພິທີທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ຍັງໃຫ້ຮູ້ວ່າ: ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນທີ 7 ຕຸລາ ວັນຄູແຫ່ງຊາດ ຄົບຮອບ 32 ປີ ໃຫ້ເປັນຂະບວນການຟົດຟື້ນ, ທັງເປັນການຝຶກແອບນັກກິລາເປຕັງຂອງໂຮງຮຽນ ໃຫ້ໄດ້ຮັບການພັດທະນາທັກສະໃນການຫຼິ້ນກິລາ ແລະ ເປັນການສ້າງຄວາມສາມັກຄີ ລະຫວ່າງ ນັກກິລາແຕ່ລະໂຮງຮຽນພາຍໃນເມືອງ ໃຫ້ແໜ້ນແຟ້ນຂຶ້ນກ່ວາເກົ່າ ແລະ ໄດ້ກ່າວເປີດພິທີຢ່າງເປັນທາງການ ເຊິ່ງການແຂ່ງຂັນແບ່ງອອກເປັນ 2 ປະເພດຄື: ທີມຄູ-ອາຈານ ແລະ ທີມນັກຮຽນ ເຊິ່ງທີມຄູ-ອາຈານ ປະກອບມີທີມ 17 ທີມ ແລະ ທີມນັກຮຽນ ປະກອບມີ 16 ທີມ, ການແຂ່ງຂັນ ແມ່ນທີມໃດເສຍ 2 ຄັ້ງແມ່ນຕົກຮອບ ແລະ ທີມໃດຊະນະແມ່ນເຂົ້າຮອບຕໍ່ໄປ ເຊິ່ງຜົນຂອງການແຂ່ງຂັນ ທີມຄູ-ອາຈານ ອັນດັບທີ່ 1 ທີມພະນັກງານຄູຢູ່ກຸ່ມຊຽງດາວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ, ອັນດັບທີ່ 2: ທິມຄູສອນ ມໍຕົ້ນຜາດໍາ 2 ໄດ້ຮັບເງິນສົດ 600.000 ກີບ, ອັນດັບທີ 3: ທີມຄູສອນ ມສ ນໍ້າເມິງ ໄດ້ຮັບເງິນສົດ 400.000 ກີບ ແລະ ອັນດັບທີ 4 ທີມຫ້ອງການສຶກສາເມືອງ ໄດ້ຮັບເງິນສົດ 200.000 ກີບ ແລະ ການແຂ່ງຂັນເປຕັງ ທິມນັກຮຽນ ອັນດັບທີ່ 1: ທີມນັກຮຽນມໍ່ຕົ້ນຫົວນໍ້າຄາ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ. ອັນດັບທີ່ 2: ທີມນັກຮຽນມໍຕົ້ນຜາດໍາ ໄດ້ຮັບເງິນສົດ 1.500.000 ກີບ, ອັນດັບທີ່ 3 ທີມນັກຮຽນໂຮງຮຽນມອນແຫຼມ ໄດ້ຮັບເງິນສົດ 1.000.000 ກີບ ແລະ ອັນດັບທີ 4 ທີມນັກຮຽນ ມສ ນໍ້າຍູ້ ໄດ້ຮັບເງິນສົດ 500.000 ກີບ ໃນພິທີຍັງໄດ້ມີການມອບລາງວັນກິລາປະເພດຕ່າງໆ ຕື່ມອີ່ກ.
ຂ່າວ: ອຸ່ນຄໍາ ຂັນວາລິດ