ໜ່ວຍຊາວໜຸ່ມ ໂຮງຮຽນການເມືອງ-ການປົກຄອງ ແລະ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026.

ໃນວັນທີ 1 ຕຸລາ 2026, ໜ່ວຍຊາວໜຸ່ມ ໂຮງຮຽນການເມືອງ-ການປົກຄອງແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ໂດຍການເປັນປະທານ ຂອງສະຫາຍ ທອງພັນ ອິນທະພົມ ໜ່ວຍຊາວໜຸ່ມ ໂຮງຮຽນການເມືອງ-ການປົກຄອງແຂວງບໍ່ແກ້ວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປະລິຍາເອກ ນາງ ຄຳພູທອງ ວິຈິດລາສີ ກຳມະການພັກ ແຂວງ, ເລຂາໜ່ວຍພັກໂຮງຮຽນການເມືອງ-ການປົກຄອງແຂວງບໍ່ແກ້ວ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ແລະ ທິດທາງແຜນການປີ 2027, ເພື່ອໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ໃຫ້ມີເນື້ອໃນຄົບຖ້ວນ ແລະ ໄດ້ຜ່ານມາດຕະຖານການຄັດເລືອກສະມາຊິກ ຊປປລ 4 ບຸກ ຕາມບົດແນະນຳ ເລກທີ 333/ລຂ, ລົງວັນທີ 2 ກໍລະກົດ 2021 ເພື່ອໃຫ້ສະມາຊິກຊາວໜຸ່ມເຂົ້າໃຈ ເງື່ອນໄຂ ແລະ ມາດຕະຖານໃນການປະເມີນ.

ກອງປະຊຸມ ໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍ່ແກ້ວ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍແຂ່ງຂັນ 4 ບຸກ ປະຈຳປີ 2025 ໃຫ້ກຽດມອບໂດຍສະຫາຍ ປະລິຍາເອກ ນາງ ຄຳພູທອງ ວິຈິດລາສີ ກຳມະການພັກ ແຂວງ, ເລຂາໜ່ວຍພັກໂຮງຮຽນການເມືອງ-ການປົກຄອງແຂວງບໍ່ແກ້ວ ແລະ ພ້ອມທັງມີຄຳເຫັນເໜັ້ນໜັກໃຫ້ສະມາຊິກຊາວໜຸ່ມ ສືບຕໍ່ຊຸກຍູ້ ແລະ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ເປັນຂະບວນການຟົດຟື້ນ, ສ້າງຄວາມເຂັ້ມແຂງທາງດ້ານແນວຄິດ ແລະ ການຈັດຕັ້ງ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ໂດດເດັ່ນ, ສືບຕໍ່ກໍ່ສ້າງ ແລະ ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ, ພັດທະນາດ້ານວິຊາຊີບ ແລະ ສ້າງວິທີການເຮັດວຽກຢ່າງມີທິດທາງ, ພັດທະນາຊີວິດສ່ວນຕົວ ແລະ ຄອບຄົວຂອງຕົນເອງໃຫ້ມີຄວາມກ້າວໜ້າ, ການຍ້ອງຍໍຜົນງານທີ່ເຮັດໄດ້ດີໃນຜ່ານມາ ໃຫ້ສືບຕໍ່ສ້າງຜົນງານໃຫ້ໂດດເດັ່ນ, ເຂັ້ມແຂງ ແລະ ຫຼາຍກວ່າເກົ່າໃນປີຕໍ່ໆໄປ.

ຈາກນັ້ນສະມາຊິກຊາວໜຸ່ມໄດ້ຜ່ານບົດປະເມີນຂອງແຕ່ລະສະຫາຍ,ເພື່ອຍົກໃຫ້ເຫັນດ້ານດີ,ດ້ານອ່ອນ ເພື່ອໃຫ້ໜູ່ຄະນະປະກອບຄຳເຫັນກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງໃຫ້ຄະແນນແບບປິດລັບ ທີ່ເປັນການປະເມີນ, ຈັດແບ່ງປະເພດຂອງບຸກຄົນ ແລະ ເປັນບ່ອນອີງໃນການໄດ້ຮັບການຍ້ອງຍໍໃນຂະບວນການຈັດຕັ້, ປະຕິບັດຂໍ້ແຂງຂັນ 4 ບຸກປະຈຳປີ 2026.

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa