ກອງປະຊຸມສ່ອງແສງວຽກງານພັກ ຂອງ 11 ຄະນະພັກຮາກຖານ ປະຈຳໄຕມາດ III ປີ 2026.

ວັນທີ 29 ກັນຍາ 2026 ນີ້, ຄະນະພັກຮາກຖານຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານພັກ ຂອງ 11 ຄະນະພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງບໍ່ແກ້ວ ປະຈຳໄຕມາດ III ແລະ ທິດທາງ ປະຈຳໄຕມາດ IV ປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຕາງໜ້າ 11 ຄະນະພັກຮາກຖານ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການນຳພາປະຈຳໄຕມາດ III ແລະ ທິດທາງ ປະຈຳໄຕມາດ IV ປີ 2026 ໃນໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານເປັນຕົ້ນຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກ ຢ່າງປົກກະຕິຕໍ່ເນື່ອງ ຕິດພັນກັບການເຜີຍແຜ່ຜັນຂະຫຍາຍ, ເຊື່ອມຊຶມບັນດາມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງບໍ່ແກ້ວ, ຖືເອົາບັນດາກົດລະບຽບຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ກໍານົດ, ກົດລະບຽບ ຂອງກອງທັບ ຢ່າງເຂັ້ມງວດ, ຖືເອົາ 5 ຫຼັກການ 3 ທິດນໍາຂອງພັກ ເປັນເບົ້າຫຼອມໃນການສ້າງສະມະຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ມີແບບແຜນດຳລົງຊິວິດຢ່າງຖືກຕ້ອງ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ມີຜົນສໍາເລັດໃນດ້ານຕັ້ງໜ້າຢ່າງເປັນຮູບປະທໍາ. ໃນກອງປະຊຸມ ຄະນະພັກຮາກຖານ ແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນລາຍງານ ການນໍາພາ-ຊີ້ນໍາ ກົມກອງຂອງຕົນ ໃນໄລຍະຜ່ານມາ ໂດຍຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກຂອງຕົນ ເຂົ້າໃຈແນວທາງ, ແຜນນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໄປຈັດຕັ້ງຜັນຂະຫຍາຍ ແລະ ປັບປຸງກໍ່ສ້າງກົມກອງ ໃຫ້ເຂັ້ມແຂງໜັກແໜ້ນ, ພ້ອມທັງເຮັດໜ້າທີ່ເກັບກໍາສະພາບການເຄື່ອນໄຫວຂອງກຸມຄົນບໍ່ດີ ໃນຂອບເຂດກົມກອງຕັ້ງທັບ ແລະ ເກັບກໍາສະພາບປະກົດການຫຍໍ້ທໍ້ຢູ່ພາຍໃນກົມກອງ ແລະ ເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຮັດໃຫ້ຂອບເຂດກົມກອງຕັ້ງທັບ ມີຄວາມສະຫງົບປອດໄພ .

ໂອກາດນີ້, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຮາກຖານ ແຕ່ລະກົມກອງຕະຫຼອດໄລຍະຜ່ານມາ ແລະ ຍັງເນັ້ນໜັກໃຫ້ຄະນະພັກຮາກຖານ ແຕ່ລະກົມກອງ ສືບຕໍ່ນຳພາ-ຊີ້ນຳ ກົມກອງຂອງຕົນ ເຄື່ອນໄຫວໃຫ້ຖືກຕ້ອງຕາມກົດລະບຽບ ຂອງພັກວາງອອກ ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ມີແນວຄິດຫຼັກໝັ້ນ ອຸ່ນອຽນທຸ່ນທ່ຽງ, ກ້າຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພ້ອມກັນສ້າງກົມກອງ ໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ.

ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa