ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ສະຫຼຸບຜົນງານການເຄື່ອນໄຫວ 5 ປີຜ່ານມາ ແລະ ວາງທິດທາງແຜນການຈຸດສຸມ ປີ 2025-2030.

ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງບໍ່ແກ້ວ ໃນໄລຍະ 5 ປີຜ່ານມາ (2020-2025) ພ້ອມທັງກຳນົດທິດທາງໜ້າທີ່ຈຸດສຸມ ແຕ່ປີ 2025-2030 ເພື່ອສືບຕໍ່ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່.

​ໃນໄລຍະ 5 ປີຜ່ານມາ (2020-2025), ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19, ສະພາບເສດຖະກິດ-ການເງິນ ແລະ ຄ່າຄອງຊີບທີ່ເພີ່ມສູງຂຶ້ນ, ແຕ່ດ້ວຍຄວາມເອົາໃຈໃສ່ນຳພາ-ຊີ້ນຳຂອງຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ບຸກບືນສູ້ຊົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ, ສາມາດຍາດໄດ້ຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ:

​ວຽກງານໂຄສະນາ-ອົບຮົມ: ໄດ້ຈັດຕັ້ງການໂຄສະນາປາຖະກະຖາ ເນື່ອງໃນວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ວັນຄ້າຍວັນເກີດຂອງບັນດາທ່ານຜູ້ໂນຳ ມີຜູ້ເຂົ້າຮ່ວມທັງໝົດ 143.093 ເທື່ອທ່ານ; ຈັດອົບຮົມເອກະສານເປົ້າໝາຍຂະຫຍາຍເຂົ້າພັກໄດ້ 19 ຊຸດ ມີ 288 ທ່ານ; ເປີດຊຸດຮຽນທິດສະດີ-ແນວທາງຂອງພັກ 9 ວັນ ໃຫ້ພະນັກງານ-ລັດຖະກອນໄດ້ 9 ຊຸດ ມີ 436 ທ່ານ; ພ້ອມທັງຈັດອົບຮົມການເມືອງ-ແນວຄິດໃຫ້ພະສົງ-ສາມະເນນ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າຢ່າງທົ່ວເຖິງ.

​ວຽກງານສັງລວມ ແລະ ຫາງສຽງສັງຄົມ: ໄດ້ຕິດຕາມ, ເກັບກຳສະພາບແນວຄິດ ແລະ ຫາງສຽງສັງຄົມ ລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ສູນກາງ 69 ຄັ້ງ; ສ້າງຕາໜ່າງເພື່ອນຮ່ວມງານເກັບກຳຫາງສຽງສັງຄົມໄດ້ 49 ສະຫາຍ; ແລະ ເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ 232 ຫົວຂໍ້ຂ່າວ.

​ວຽກງານສື່ມວນຊົນ: ພາຍຫຼັງໄດ້ໂຮມວຽກງານວິທະຍຸ-ໂທລະພາບ, ຖະແຫຼງຂ່າວ ແລະ ສື່ສິ່ງພິມ ເຂົ້າກັບຄະນະໂຄສະນາອົບຮົມແຂວງ ໃນເດືອນກັນຍາ 2025, ໄດ້ສຳເລັດການຖ່າຍທອດສົດງານສະເຫຼີມສະຫຼອງວັນສຳຄັນລະດັບຊາດ ແລະ ເຫດການສຳຄັນຂອງແຂວງ; ສາມາດອອກຂ່າວ, ແຈ້ງການ, ປະຊາສຳພັນ ຜ່ານວິທະຍຸ ແລະ ໂທລະໂຄ່ງ ໄດ້ 1.521 ຄັ້ງ (ບັນລຸ 126% ຂອງແຜນການ); ຜ່ານ Facebook ໂທລະພາບແຂວງ ໄດ້ 1.514 ຄັ້ງ; ຜ່ານ Facebook ໜັງສືພິມແຂວງ ໄດ້ 1.432 ຄັ້ງ; ແລະ ສົ່ງຂ່າວໃຫ້ສື່ມວນຊົນສູນກາງ 310 ຂ່າວ ແລະວຽກງານລະບົບໂທລະໂຄ່ງພາຍບ້ານໃນທົ່ວແຂວງ.

​ແລະຜ່ານທິດທາງແຜນການຈຸດສຸມ ແຕ່ປີ 2025-2030, ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ກຳນົດຄາດໝາຍ ແລະ ທິດທາງເຄື່ອນໄຫວຕົ້ນຕໍ ດັ່ງນິ້:ຈະ​ເພີ່ມທະວີວຽກງານການເມືອງ-ແນວຄິດ ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ;​ ສູ້ຊົນຈັດຕັ້ງໂຄສະນາປາຖະກະຖາໃຫ້ໄດ້ 60 ຄັ້ງ; ສືບຕໍ່ຈັດຊຸດອົບຮົມທິດສະດີ 9 ວັນ ແລະ ເອກະສານສະໜັບສະໜູນພັກໃຫ້ມະຫາຊົນຜູ້ກ້າວໜ້າຢ່າງຕໍ່ເນື່ອງ.

​ຍົກລະດັບວຽກງານສື່ມວນຊົນ ແລະ ເຕັກໂນໂລຊີ: ຂຶ້ນແຜນຝຶກອົບຮົມນັກຂ່າວ 5 ເມືອງ ປີລະ 1 ຄັ້ງ; ອອກຂ່າວຜ່ານວິທະຍຸ-ໂທລະໂຄ່ງ ໃຫ້ໄດ້ 1.200 ຄັ້ງ/ປີ; ຜ່ານ Facebook ໂທລະພາບແຂວງ 1.250 ຄັ້ງ/ປີ; ຜ່ານ Facebook ໜັງສືພິມແຂວງ 1.200 ຄັ້ງ/ປີ; ພ້ອມທັງຫັນເອົາເຕັກໂນໂລຊີ AI ເຂົ້າໃນການຜະລິດສື່ ແລະ ສ້າງເວັບໄຊສ໌ວິທະຍຸອອນໄລ.

​    ພັດທະນາຕາໜ່າງໂທລະໂຄ່ງ: ສະເໜີຂໍລະບົບໂທລະໂຄ່ງໃຫ້ບ້ານທຸກຍາກ ແລະ ເປເພ 39 ບ້ານ; ປັບປຸງໂທລະໂຄ່ງໃຫ້ເປັນລະບົບໄຮ້ສາຍທີ່ທັນສະໄໝ; ແລະ ສ້ອມແປງໂທລະໂຄ່ງບ້ານ 15 ບ້ານ.

​ ສືບຕໍ່ແລກປ່ຽນບົດຮຽນດ້ານສື່ມວນຊົນກັບຄະນະໂຄສະນາອົບຮົມ ແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ.

​ເພື່ອເຮັດໃຫ້ຄາດໝາຍດັ່ງກ່າວປະກົດຜົນເປັນຈິງ, ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ຈະຖືເອົາວຽກງານແນວຄິດເປັນວຽກງານກົກ, ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກປະສານງານໃຫ້ຄ່ອງໂຕ, ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ, ພ້ອມທັງຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ “3 ເຂັ້ມ, 3 ບຸກ” (ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງແລະອື່ນໆ

#ຂ່າວໂດຍ: ເງິນຫລົງ ຈິດພູວົງ.

#ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa